ເພີ່ມທະວີການຮ່ວມມືດ້ານການທະຫານ ຫວຽດນາມ - ໄທ

ເພີ່ມທະວີການຮ່ວມມືດ້ານການທະຫານ ຫວຽດນາມ - ໄທ - ảnh 1
​ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ ທະຫານ​ເຮືອ​​ເຂດ 3 ຂອງພະ​ບໍລົມ​ວົງສາ​ນຸວົງ ​ໄທ
(ພາບ: baodatviet.vn)

(vovworld) - ​ໃນ​ລະຫວ່າ​ງວັນ​ທີ 12 -13/3, ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ ຫວຽດນາມ ​ໂດຍ​ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ນຳ​ໜ້າໄດ້​ໄປ​ຢ້ຽມຢາມ ທະຫານ​ເຮືອ​​ເຂດ 3 ຂອງພະ​ບໍລົມ​ວົງສາ​ນຸວົງ ​ໄທ. ທີ່​ການ​ເຮັດ​ວຽກ, ທ່ານລັດຖະມົນຕີ ຟຸ່ງກວາງ​ແທງ ​ເນັ້ນ​ໜັກ​ວ່າການ​ພົວພັນຮ່ວມ​ມືດ້ານ​ປ້ອງ​ກັນຊາ​ດ ຫວຽດນາມ - ​ໄທ, ພິ​ເສດ​ແມ່ນ​​ໃນ​ຂົງ​ເຂດ​ກອງທັບ​ເຮືອ, ​ໄດ້ ​ແລະ ພວມ​ມີ​ບົດບາດສຳຄັນ​ໃນ​ການ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ອັນ​ດີງາມ​ລະ​ຫວ່າງ 2 ປະ​ເທດ. ທ່ານ ລັດຖະມົນຕີ ຟຸ່ງກວາງ​ແທງ ​ຖື​ວ່າ: ​ໃນ​​ໄລຍະ​ຈາ​ມາ​ເຖິງ, ທະຫານ​ເຮືອ 2 ປະ​ເທດ ຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ເພື່ອ​ພ້ອມ​ກັນ​ປະກອບສ່ວນ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ສ້າງ​ສະພາບ​ແວດ​ລ້​ອມສະດວກ​ສະບາຍ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ:

“2 ຝ່າຍ​ໄດ້​ແລກປ່ຽນນຳ​ກັນວ່າ​ໃນ​​ໄລຍະ​ຈະ​ມາ​ເຖິງ​ຕ້ອງ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ 2 ຝ່າຍ. ຕໍ່ໜ້າ​ຄວາມ​ຕ້ອງການ​ຮ່ວມ​ມື​ດ້ານ​ກອງທັບ​ເຮືອ, 2 ຝ່າຍ​ຄວນ​ຊຸກຍູ້ ຕື່ມກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ກອງທັບ​ເຮືອ ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ບົນ​ທະ​ເລ. 2 ຝ່າຍ​ໄດ້​ຍູ້​ແຮງ​ບັນຫາ​ແລກປ່ຽນ​ຄະນະ​ທຸກ​ຂັ້ນ​​ໄປມາຮຳ່ຮຽນ​​ເອົາບົດຮຽນ​ເຊິ່ງກັນ ​ແລະ ກັນ, ​ແລກປ່ຽນ​ກ່ຽວ​ກັບ​ຂົງ​ເຂດ​ວັດທະນະທຳ, ຂໍ້​ມູນ​ຂ່າວສານ ກໍ່​ຄື​ການ​ສົບ​ທົບ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ຢູ່​ພາກ​ພື້ນ.”

        ກ່ອນ​ໜ້າ​ນັ້ນ, ​ໃນ​ການ​ເຈລະຈາ​ເມື່ອ​ວັນ​ທີ 11/3 ກັບ ທ່ານ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄທ ສຸ​ກຳ​ພົນ ສຸວັນນະ​ທັດ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ​ຕາມ​ເນື້ອ​ໃນຈິດ​ໃຈ​​​ຂໍ້​ຕົກລົງ​ຮ່ວມ​ມືປ້ອງ​ກັນຊາ​ດ​ເຊິ່ງ 2 ຝ່າຍ​ໄດ້​ລົງ​ນາມ​ໃນ​​ເດືອນ 9/2012. 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກັນ​ຖື​ວ່າ: ​ດ້ວຍ​ບົດບາດ​ແມ່ນ​ຜູ້​ປະສານ​ງານ ອາ​ຊຽນ - ຈີນ, ໄທ ຈະ​ຊຸກຍູ້​ສາຍ​ພົວພັນ ອາ​ຊຽນ - ຈີນ ​ໃຫ້ພັດທະນາ​ຢ່າງ​ດີງາມ, ມຸ້ງ​ໄປ​​ເຖິງ​ການ​ສ້າງ​ຫຼັກການ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ບົນ​ທະ​​ເລ​ຕາ​ເວັນ​ອອກ (COC), ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ