(vovworld) - ຕອນເຊົ້າວັນທີ 16 ກັນຍາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Itsunori Onodera, ທີ່ພວມຢ້ຽມຢາມມິດຕະພາບຫວຽດນາມ ຢ່າງເປັນທາງການ. ທ່ານລັດຖະມົນຕີ ຟຸ່ງກວາງແທງ ເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານລັດຖະມົນຕີ Itsunori Onodera ມີຄວາມໝາຍສຳຄັນຍິ່ງ, ປະກອບສ່ວນຢ່າງເລີກເຊິ່ງເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງ 2 ກະຊວງເວົ້າສະເພາະ. ທ່ານລັດຖະມົນຕີ ຟຸ່ງກວາງແທງ ສະເໜີໃຫ້ຍີ່ປຸ່ນ ໜູນຊ່ວຍເຄື່ອງອຸປະກອນເຕັກໂນໂລຊີ ເພື່ອຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ, ໝາກມິນ, ວັດຖຸລະເບີດ, ທາດພິດເຄມີພາຍຫຼັງສົງຄາມ. ລັດຖະມົນຕີ 2 ທ່ານ ໄດ້ແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ; ນະໂຍບາຍປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ; ຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ ແລະ ທິດທາງຮ່ວມມືໃນໄລຍະຈະມາເຖິງ. 2 ຝ່າຍເຫັນດີຮັກສາການແລກປ່ຽນຄະນະຜູ້ແທນ, ສືບຕໍ່ພັດທະນາກົນໄກເຈລະຈາປ້ອງກັນຊາດຂັ້ນຮອງລັດຖະມົນຕີ; ຮ່ວມມືບຳລຸງສ້າງພະນັກງານ, ຮ່ວມມືລະຫວ່າງບັນດາເຫຼົ່າທັບ...