(VOVWORLD) - ທ່ານ ພົນເຮືອເອກ Allan Du Toit ໄດ້ສະແດງຄວາມເຊື່ອໝັ້ນວ່າການພົວພັນລະຫວ່າງກະຊວງປ້ອງກັນປະເທດສອງປະເທດຈະນັບມື້ນັບຮັດແໜ້ນກ່ວາອີກໃນໄລຍະຈະມາເຖິງ.
ທ່ານ ພົນຕີ ໂງມິງຕຽນ ໃຫ້ການຕ້ອນຮັບ ທ່ານ ພົນເຮືອເອກ Allan Du Toit(ພາບ: qdnd.vn ) |
ຕອນບ່າຍວັນທີ 27 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ພົນຕີ ໂງມິງຕຽນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ພົນເຮືອເອກ Allan Du Toit, ຫົວໜ້າຄະນະກະຊວງປ້ອງກັນປະເທດ ອົດສະຕາລີ ມາເຂົ້າຮ່ວມການປຶກສາຫາລືດ້ານປ້ອງກັນຊາດ ຊ່ອງ 1.5 ຫວຽດນາມ - ອົດສະຕາລີ ຄັ້ງທີ 7.
ຕີລາຄາສູງກະຊວງປ້ອງກັນປະເທດ ອົດສະຕາລີ ທີ່ໄດ້ໃຫ້ການໜູນຊ່ວຍກະຊວງ ປ້ອງກັນປະເທດ ຫວຽດນາມ ຜັນຂະຫຍາຍໂຮງໝໍເຄື່ອນທີ່ຂັ້ນ 2 ເລກທີ 1 ໄປຍັງກອງຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດານໃຕ້ຢ່າງສຳເລັດຜົນນັ້ນ, ທ່ານ ພົນຕີ ໂງມິງຕຽນ ຫວັງວ່າ ກະຊວງປ້ອງກັນປະເທດ ອົດສະຕາລີ ຈະສືບຕໍ່ສະໜັບສະໜູນ, ໜູນຊ່ວຍ ເລື່ອງກະກຽມຜັນຂະຫຍາຍໂຮງໝໍເຄື່ອນທີ່ຂັ້ນ 2 ເລກທີ 2 ຂອງກຳລັງຮັກສາສັນຕິພາບ ຫວຽດນາມ.
ທ່ານ ພົນເຮືອເອກ Allan Du Toit ໄດ້ສະແດງຄວາມເຊື່ອໝັ້ນວ່າການພົວພັນລະຫວ່າງກະຊວງປ້ອງກັນປະເທດສອງປະເທດຈະນັບມື້ນັບຮັດແໜ້ນກ່ວາອີກໃນໄລຍະຈະມາເຖິງ.