ເພີ່ມທະວີການຮ່ວມມື້ດ້ານວຽກງານຊົນເຜົ່າລະຫວ່າງຫວຽດນາມ-ລາວ
ທ່ານ ໂດ໊ວັນຈຽນ ລັດຖະມົນຕີ ຫົວໜ້າຄະນະກຳມະການຊົນເຜົ່າ
(ພາບ: ubdt.gov.vn)
(vovworld)- ໃນລາຍການຢ້ຽມຢາມ ແລະ ເຮັດວຽກ ຢູ່ຫວຽດນາມ, ຕອນເຊົ້າ ວັນທີ 30/8, ທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ພ້ອມດ້ວຍບັນດາສະມາຊິກໃນຄະນະຜູ້ແທນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ກັບຄະນະກຳມະການຊົນເຜົ່າ. ທ່ານ ໂດ໊ວັນຈຽນ ລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ໄດ້ແນະນຳ ກັບຄະນະຜູ້ແທນຂັ້ນສູງ ຄະນະກຳມະການສູນກາງແນວລາວສ້າງຊາດ ກ່ຽວກັບໂຄງປະກອບການຈັດຕັ້ງ ແລະ ກົງຈັກ ປະຕິບັດວຽກງານຊົນເຜົ່າ ແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ຂອງຫວຽດນາມ; ບັນດາຜົນງານທີ່ພົ້ນເດັ່ນ ແລະ ບາງເນື້ອໃນວຽກງານ ທີ່ຈະຜັນຂະຫຍາຍ ໃນໄລຍະຈະມາເຖິງ. ກ່ຽວກັບການພົວພັນຮ່ວມມື ລະຫວ່າງ ສອງອົງການ, ທ່ານ ໂດ໊ວັນຈຽນ ລັດຖະມົນຕີ ຫົວໜ້າຄະນະກຳມະການຊົນເຜົ່າ ເນັ້ນໜັກວ່າ: ນອກຈາກ ການຈັດຕັ້ງບັນດາຄະນະມາຢ້ຽມຢາມ, ຮ່ຳຮຽນ, ແລກປ່ຽນເຊິ່ງກັນ ແລະ ກັນແລ້ວ, ຄະນະກຳມະການຊົນເຜົ່າ ຍັງຈະສືບຕໍ່ປະຕິບັດລາຍການຝຶກອົບຮົມ ໃຫ້ແກ່ພະນັກງານລາວ; ສືບຕໍ່ຍູ້ແຮງການສ້າງລະບົບຄອມພີວເຕີເຊື່ອມຕໍ່ກັບເຕັກໂນໂລຊີຂໍ້ມູນຂ່າວ ໃຫ້ແກ່ຄະນະກຳມະການສູນກາງແນວລາວສ້າງຊາດ… ທ່ານ ໂດ໊ວັນຈຽນ ລັດຖະມົນຕີ ຫົວໜ້າຄະນະກຳມະການຊົນເຜົ່າ ເຊື່ອໝັ້ນວ່າ: ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ.