(vovworld) – ທີ່ເວທີປາໄສວິສາຫະກິດຫວຽດນາມ - ສະຫະພັນລັດເຊຍ ໃນຕອນເຊົ້າວັນທີ 6/10 ທີ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນລັດເຊຍ ປະຈຳຫວຽດນາມ Andrey G.kovtun ໃຫ້ຮູ້ວ່າ, ການພົວພັນລະຫວ່າງສອງປະເທດລັດເຊຍ ຫວຽດນາມ ໃນຊຸມປີມໍ່ໆມານີ້ ພວມພັດທະນາຢ່າງຂະຫຍັນຂັນເຂື່ອນ. ຫວຽດນາມ ແມ່ນໜຶ່ງໃນຈຳນວນປະເທດທີ່ໄດ້ຮັບບຸລິມາສິດໃນທິດທາງພົວພັນຕ່າງປະເທດດ້ານການເມືອງ ແລະ ເສດຖະກິດຂອງລັດເຊຍ ຢູ່ພາກພື້ນອາຊີປາຊີຝິກ. ການເຄື່ອນໄຫວຕ່າງໆຄື: ເວທີປາໄສມື້ນີ້ຈະຊຸກຍູ້ວົງການວິສາຫະກິດລະຫວ່າງສອງປະເທດສົມທົບກັນເຄື່ອນໄຫວ ແລະ ເຮັດໃຫ້ເນື້ອໃນພຶດຕິກຳຕົວຈິງໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງລັດເຊຍ ແລະ ຫວຽດນາມອຸດົມສົມບຸນຍິ່ງຂຶ້ນ.
ຕາມທ່ານ ດ່ວານຢູຍເຄືອງ, ຮອງປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ແລ້ວ, ຫວຽດນາມ ແລະ ສະຫະພັນລັດເຊຍ ພວມມານະພະຍາຍາມປຶກສາຫາລືເພື່ອລົງນາມໃນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ພັນທະມິດພາສີ, ເຊິ່ງລວມມີ: ລັດເຊຍ, ເບລາຮູສ ແລະ ກາຢັກສຖານ. ສັນຍານີ້ຈະປະກອບສ່ວນປະຕິບັດຄາດໝາຍຍົກວົງເງິນການຄ້າສອງສົ້ນຂຶ້ນ 7 ຕື້ USD ໃນປີ 2015 ແລະ 10 ຕື້ USD ໃນປີ 2020.