(vovworld) - ວັນທີ 28/05, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ພົນໂທ ຫງວຽນຈິ໋ວິ້ງ, ຮອງລັດຖະມົນຕີປ້ອງກັນປະເທດ ໄດ້ຕ້ອນຮັບຜູ້ຮັກສາການຊ່ວຍວຽກຂອງລັດຖະມົນຕີການຕ່າງປະເທດອາເມລິກາ Joseph Y.Yun ເນື່ອງໃນໂອກາດທ່ານມາຮ່າໂນ້ຍ ເຂົ້າຮ່ວມການເຈລະຈາລະຫວ່າງຫວຽດນາມ - ອາເມລິກາ ກ່ຽວກັບອາຊີ - ປາຊີຝີກ ຕາມຂໍ້ຕົກລົງລະຫວ່າງກະຊວງການຕ່າງປະເທດຂອງ 2 ປະເທດ. ທີ່ການຕ້ອນຮັບ, ພົນໂທ ຫງວຽນຈິ໋ວິ້ງ ໄດ້ທົບທວນຄືນບັນດາເຫດການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດ ໃນໄລຍະມໍ່ໆມານີ້, ພິເສດເນັ້ນໜັ້ກເຖິງບັນດາເຫດການພວມ ແລະ ຈະປະຕິບັດໃນປີ 2013. ພົນໂທ ຫງວຽນຈິ໋ວິ້ງ ຢືນຢັນວ່າ; ເລື່ອງກະຊວງປ້ອງກັນປະເທດຫວຽດນາມ ແລະ ອາເມລິຫາ ລົງນາມໃນບົດບັນທຶກຮ່ວມມືດ້ານປ້ອງກັນຊາດປີ 2011 ໄດ້ສ້າງພື້ນຖານໃຫ້ແກ່ການຮ່ວມມືລະຫວ່າງ 2 ຝ່າຍ ແລະ 2 ຝ່າຍພວມປະຕິບັດບັນດາເນື້ອໃນຂອງບົດບັນທຶກດັ່ງກ່າວໃຫ້ດີທີ່ສຸດ. ຜູ້ຮັກສາການຊ່ວຍວຽກຂອງລັດຖະມົນຕີການຕ່າງປະເທດອາເມລິກາ Joseph Y.Yun ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ 2 ປະເທດຈະສືບຕໍ່ເພີ່ມທະວີການພົວພັນ 2 ຝ່າຍໃນຫຼາຍດ້ານຄື; ເສດຖະກິດ, ການຄ້າ, ການປ້ອງກັນຊາດ, ການອຸປະຖຳໃຫ້ແກ່ການພັດທະນາ, ການຮ່ວມມືດ້ານການສຶກສາ... ພົນໂທ ຫງວຽນຈິ໋ວິ້ງ ແລະ ຜູ້ຮັກສາການຊ່ວຍວຽກຂອງລັດຖະມົນຕີການຕ່າງປະເທດ Joseph Y.Yun ກໍສະແດງຄວາມປາດຖະໜາວ່າ ກະຊວງປ້ອງກັນປະເທດ 2 ປະເທດ ຈະຮ່ວມມືຢ່າງແໜ້ນແຟ້ນໃນບັນດາຂົງເຂດຄື ຊອກຫາທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ, ສຳຫຼວດ, ທຳລາຍລະເບີດໝາກມິນທີ່ຍັງຕົກຄ້າງໃນປາງສົງຄາມ ແລະ ໜູນຊ່ວຍມະນຸດສະທຳ.