ເພີ່ມທະວີການຮ່ວມມືມິດຕະພາບຫວຽດນາມ-ລາວ
ພາບປະກອບ
(vovworld) – ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ທ໋າຍງວຽນ ໄດ້ຈັດຕັ້ງການສະຫລຸບ 5 ປີແຫ່ງການເຄື່ອນໄຫວຂອງສະມາຄົມ (2009 – 2014) ໃນວັນທີ 20/1. ໃນໄລຍະຜ່ານມາ, ມີການເຄື່ອນໄຫວແທດຈິງ ແລະ ມີປະສິດທິຜົນໃນບັນດາຂົງເຂດ ເສດຖະກິດ, ສຶກສາ - ບຳລຸງສ້າງ, ວັດທະນະທຳ, ທ່ອງທ່ຽວ... ໄດ້ຮັບການເຂົ້າຮ່ວມ, ຕອບສະໜອງຢ່າງສຸດຈິດສຸດໃຈຈາກບັນດາສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ທ໋າຍງວຽນ. ການໄປປະຕິບັດງານຄັ້ງຕ່າງໆ, ແລະ ໄປມາຢື້ຢາມຖາມຂ່າວຫຼາຍຄັ້ງລະຫວ່າງການນຳແຂວງ ທ໋າຍງວຽນ ແລະ ຂອງ ລາວ ໄດ້ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ຝ່າຍ. ພິເສດ, ບັນດາການເຄື່ອນໄຫວໃນ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2012” ຈັດຕັ້ງຢູ່ ທ໋າຍງວຽນ ໄດ້ຮັບການຕີລາຄາສູງຈາກຫາງສຽງທັງຢູ່ພາຍໃນ ແລະ ຕ່າງປະເທດ.
ເນື່ອງໃນໂອກາດນີ້, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມອບຫຼຽນກາທີ່ລະນຶກ “ເພື່ອສັນຕິພາບມິດຕະພາບກັບປະຊາຊາດຕ່າງໆ” ໃຫ້ແກ່ 5 ບຸກຄົນ, ມອບໃບຍ້ອງຍໍໃຫ້ 1 ໝູ່ຄະນະ ແລະ 5 ບຸກຄົນ ທີ່ມີການປະກອບສ່ວນເຂົ້າໃນການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ.