ເພີ່ມທະວີການຮ່ວມມືລະຫວ່າງກະຊວງການເງິນຂອງສອງປະເທດຫວຽດນາມ - ອິນໂດເນເຊຍ
(ພາບ: .google.com.vn)
|
(vovworld) - ໃນຂອບເຂດເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ - ອິນໂດເນເຊຍ, ຄະນະພະນັກງານການນຳ ແລະ ຜູ້ຊ່ຽວຊານຂັ້ນສູງກະຊວງການເງິນຫວຽດນາມ ໂດຍທ່ານລັດຖະມົນຕີຊ່ວຍວ່າການກະຊວງການເງິນຫວຽດນາມ ເຈິ່ນຊວນຮ໋ຽວ ນຳໜ້າ, ໄດ້ມີການຢ້ຽມຢາມ ແລະ ເຮັດວຽກກັບກະຊວງການເງິນ ອິນໂດເນເຊຍ ໃນລະຫວ່າງວັນທີ 15-16/3. ຄະນະໄດ້ມີການແລກປ່ຽນຄວາມເຫັນກັບບັນດາພະນັກງານການນຳ ແລະ ຜູ້ຊ່ຽວຊານຂັ້ນສູງກະຊວງການເງິນ ອິນໂດເນເຊຍ ໃນຂົງເຂດຕ່າງໆທີ່ມີສ່ວນກ່ຽວຂ້ອງ ກໍ່ຄືບັນດາບັນຫາ ເຊິ່ງທັງສອງຝ່າຍຕ່າງມີຄວາມສົນໃຈ ແລະ ພວມຜັນຂະຫຍາຍການປະຕິບັດຢູ່ແຕ່ລະປະເທດ, ໃນນັ້ນສຸມໃສ່ຕົ້ນຕໍ່ເຂົ້າໃນການຄວບຄຸມລາຄາ ແລະ ໄພເງິນເຟີ້, ບົດບາດຂອງບັນດາລັດວິສາຫະກິດໃນພື້ນຖານເສດຖະກິດແຫ່ງຊາດ ແລະ ການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່. ສອງຝ່າຍຕີລາຄາສູງຄວາມໝາຍທີ່ແທດຈິງ ແລະຄວາມສຳຄັນຂອງການແລກປ່ຽນດ້ານວິຊາການ, ວິຊາສະເພາະ, ຖືວ່າ, ນີ້ແມ່ນໂອກາດທີ່ດີເພື່ອແບ່ງປັນບົດຮຽນໃນວຽກງານຄຸ້ມຄອງການເງິນ, ວິສາຫະກິດ ແລະ ປະຕິບັດບັນດານະໂຍບາຍມະຫາພາກ.