ເພີ່ມທະວີການຮ່ວມມືລະຫວ່າງຄະນະເລຂາອາຊຽນ ແລະ ຄະນະເລຂາສະຫະປະຊາຊາດ
( vovworld ) - ທີ່ສຳນັກງານຄະນະເລຂາອາຊຽນ ຢູ່ ຢາກາກຕາ ປະເທດ ອິນໂດເນເຊຍ ຫາກໍດຳເນີນການເຈລະຈາລະຫວ່າງຄະນະເລຂາອາຊຽນ ແລະ ຄະນະເລຂາສະຫະປະຊາຊາດ, ເພີ່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງຝ່າຍ. ແຈ້ງການໜັງສືພິມໃນວັນທີ 8 ກຸມພາຂອງຄະນະເລຂາອາຊຽນໃຫ້ຮູ້ວ່າ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບວິທີເຮັດວຽກຂອງຄະນະເລຂາ, ວິທີຮ່ວມມືປະຕິບັດຖະແຫຼງການຮ່ວມກ່ຽວກັບການພົວພັນຮ່ວມມືຢ່າງຮອບດ້ານລະຫວ່າງ ອາຊຽນ - ສະຫະປະຊາຊາດ. ສອງຝ່າຍກໍ່ເຫັນດີເພີ່ມທະວີການຮ່ວມມືຜ່ານກອງປະຊຸມສຳມະນາຕ່າງໆລະຫວ່າງ ອາຊຽນ - ສະຫະປະຊາຊາດກ່ຽວກັບຫຼາຍຫົວຂໍ້ທີ່ກ່ຽວຂ້ອງການໄກເກັ່ຍປອງດອງ ແລະ ສະກັດກັ້ນການປະທະກັນ, ຮັກສາສັນຕິພາບພາຍຫຼັງການປະທະກັນ.