ເພີ່ມທະວີການຮ່ວມມືລະຫວ່າງດ່ານັ້ງ ກັບ Hamburg
(ພາບປະກອບ)
(vovworld) – ວັນທີ 28/08, ທ່ານປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ ວັນຮິວຈ໋ຽນ ໄດ້ມີການເຮັດວຽກກັບທ່ານນາງເຈົ້າຄອງນະຄອນຜູ້ທີ 2 ນະຄອນ Hamburg ປະເທດ ເຢຍລະມັນ, ດອກເຕີ Dorothee Stapelfelt, ຢູ່ສຳນັກງານອຳນາດການປົກຄອງນະຄອນ Hamburg, ເພື່ອແນໃສ່ແລກປ່ຽນຄວາມສາມາດບົນຊ້ອນໃນການຮ່ວມມື 2 ຝ່າຍ. ທ່ານ ວັນຮິວຈ໋ຽນ ໄດ້ແລກປ່ຽນກັບທ່ານນາງ Stapelfelt ກ່ຽວກັບການພັດທະນາເສດຖະກິດສັງຄົມຂອງດ່ານັ້ງ, ຄວາມສາມາດບົມຊ້ອນຂອງນະຄອນໃນບັນດາຂົງເຂດການທ່ອງທ່ຽວ, ການບໍລິການ ແລະ ສະແດງຄວາມປາດຖະໜາຢາກໃຫ້ບັນດາວິສາຫະກິດ Hamburg ກໍ່ຄື ປະເທດເຢຍລະມັນ ຍູ້ແຮງການຮ່ວມມືລົງທຶນກັບດ່ານັ້ງ. ສ່ວນທ່ານນາງ Stapelfelt ຖືວ່າ ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະການນຳນະຄອນດ່ານັ້ງ ຈະເປີດບັນດາແງ່ຫວັງໃໝ່ໃນການຮ່ວມມືລົງທຶນລະຫວ່າງ 2 ນະຄອນໃນໄລຍະຈະມາເຖິງ.