ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖີ່ນ ຂອງລາວແລະຫວຽດນາມ
ທ່ານ Nguyen Xuan Tien ແລະ ທ່ານທອງສິງ ທຳມະວົງ
(ພາບ: ອີນເຕີເນັດ)
(vovworld) - ຕອນເຊົ້າວັນທີ 11/6, ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນແຂວງ ເລີມດົ່ງ ໂດຍທ່ານ Nguyen Xuan Tien, ກຳມະການຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນ ແຂວງ ເລີມດົ່ງ ນຳໜ້າ ທີ່ພວມຢ້ຽມຢາມ ແລະ ເຮັດວຽກ ຢູ່ລາວແຕ່ວັນທີ 6 – 11/6. ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ ແຂວງ ເລີມດົ່ງ ແລະ ແຂວງ ຈຳປາສັກ, ຢັ້ງຢືນໂຄງການຮ່ວມມືຂອງ 2 ແຂວງແມ່ນເໝາະສົມກັບແຜນນະໂຍບາຍພັດທະນາກະສິກຳ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຂອງ ພັກ ແລະ ລັດລາວ. ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ປາດຖາໜາວ່າ: ໃນໄລຍະຈະມາເຖິງ 2 ຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມື ຢ່າງມີປະສິດທິຜົນກ່ວາອີກ ໃນບັນດາຂົງເຂດເຊິ່ງທັງ 2 ຝ່າຍຕ່າງກໍມີທ່າແຮງ, ບຳລຸງສ້າງຜູ້ເກັ່ງກ້າສາມາດໃຫ້ແກ່ປະເທດຊາດຫຼາຍຄົນ, ພັດທະນາກະສິກຳແບບຍືນຍົງ, ປົກປັກຮັກສາສິ່ງແວດລ້ອມ, ສະເຫຼີມສະຫຼອງ 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ແລະ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ລາວ ຢ່າງແທດຈິງ. ຕາມໝາກຜົນແຫ່ງການຮ່ວມມືລະຫວ່າງແຂວງ ເລີມດ່ົງ ແລະ ແຂວງ ຈຳປາສັກ, ຝ່າຍຫວຽດນາມ ໄດ້ກໍ່ສ້າງ ແລະ ມອບໂຮງຮຽນພອນສະຫວັນ ຈຳປາສັກ, ຖ່າຍທອດຮູບແບບລ້ຽງປາໃຫ້ແກ່ແຂວງຈຳປາສັກ. ແຂວງ ເລີມດົ່ງ ຍັງໜູນຊ່ວຍແຂວງ ຈຳປາສັກ ໃນການປູກຜັກ ແລະ ດອກໄມ້ ໂດຍນຳໃຊ້ເຕັກໂນໂລຢີສູງ. ໄລຍະ 2012 – 2015, 2 ຝ່າຍຈະສືບຕໍ່ພັດທະນາການຮ່ວມມືໃນການສຶກສາ ແລະ ກະສິກຳ.