ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບ
ປະທານພັກກອມມູນິດ ລັດເຊຍ G.Ziuganov.
(ພາບ: TTXVN)
|
(vovworld)- ໃນຂອບເຂດການຢ້ຽມຢາມລັດເຊຍຢ່າງເປັນທາງການ, ວັນທີ 16/5, ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນຊວນຟຸກ ໄດ້ມີການພົບປະກັບປະທານພັກກອມມູນິດ ລັດເຊຍ G.Ziuganov. ນະທີ່ນີ້, ທ່ານປະທານ ພັກກອມມູນິດສະຫະພັນ ລັດເຊຍ G.Ziuganov ສະເຫນີ ສອງພັກ ສືບຕໍ່ສົມທົບກັນແບ່ງປັນຂໍ້ມູນຂ່າວ, ບົດຮຽນໃນວຽກງານພັກ ແລະ ຢືນຢັນວ່າ: ພັກກອມມູນິດສະຫະພັນ ລັດເຊຍ ຍາມໃດກໍສະຫນັບສະຫນູນບັນດາແຜນນະໂຍບາຍ ແລະ ມາດຕະການຂອງລັດຖະບານ ແລະ ສະພາແຫ່ງຊາດລັດເຊຍ ໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢັ້ງຢືນສາຍພົວພັນລະຫວ່າງຫວຽດນາມ ແລະ ໂຊວຽດກ່ອນນີ້ ແລະ ກັບສະຫະພັນລັດເຊຍ ປະຈຸບັນ ຍາມໃດກໍສະຫນິດສະຫນົມ, ໄວ້ເນື້ອເຊື່ອໃຈ ແລະ ປາດຖະຫນາຢາກເພີ່ມທະວີ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບລັດເຊຍຢ່າງບໍ່ຢຸດຢັ້ງ. ສອງຝ່າຍເຫັນດີ ສືບຕໍ່ເພີ່ມທະວີການຮ່ວມມືດ້ານການເມືອງ, ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ ເພື່ອເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ, ສົມທົບກັນກະທຳຢ່າງທັນການ, ປະກອບສ່ວນຊຸກຍູ້ການພັດທະນາການພົວພັນຮ່ວມມືສອງຝ່າຍ. ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບຜູ້ຕາງຫນ້າສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ ແລະ ສະມາຄົມອະດີດຜູ້ຊ່ຽວຊານການທະຫານ ລັດເຊຍ ທີ່ເຄີຍຊ່ວຍເຫລືອຫວຽດນາມໃນໄລຍະຕໍ່ສູ້ປົດປ່ອຍຊາດ. ທ່ານ Bui a nop, ປະທານສະມາຄົມມິດຕະພາບລັດເຊຍ ຫວຽດນາມ ແລະ ທ່ານ Colecxonhic ປະທານສະມາຄົມບັນດາອະດີດຜູ້ຊ່ຽວຊານການທະຫານລັດເຊຍ ໄດ້ຕີລາຄາສູງບັນດາອາລົມຈິດ ຊື່ງປະຊາຊົນຫວຽດນາມ ໄດ້ສະຫງວນໃຫ້ເພື່ອນມິດລັດເຊຍ ພ້ອມທັງຢືນຢັນ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງ ຫນ້າ ໃຫ້ແກ່ການ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ລັດເຊຍ.