ພົນເຮືອເອກ ຫງວຽນວັນຮ້ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມໃຫ້ການຕ້ອນຮັບທ່ານ Tomasz Siemoniak , ລັດຖະມົນຕີກະຊວງປ້ອງກັນປະເທດໂປໂລຍ
|
(vovworld)- ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກກັບກະຊວງ ປ້ອງກັນປະເທດຫວຽດນາມ ແຕ່ວັນທີ 6 ຫາວັນທີ 8/8, ທ່ານ Tomasz Siemoniak , ລັດຖະມົນຕີກະຊວງປ້ອງກັນປະເທດໂປໂລຍພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມກອງບັນຊາການກອງທັບເຮືອ. ພົນເຮືອເອກ ຫງວຽນວັນຮ້ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຜູ້ບັນຊາການທະຫານເຮືອຫວຽດນາມໄດ້ໃຫ້ການຕ້ອນຮັບ.
ທີ່ການເຈລະຈາ, 2 ຝ່າຍໄດ້ສະເໜີຫຼາຍເນື້ອໃນທີ່ຄວນເພີ່ມທະວີການຮ່ວມມືໃນໄລຍະທີ່ຈະມາເຖິງ, ເປັນຕົ້ນແມ່ນໃນຂົງເຂດຮ່ວມມືບຳລຸງສ້າງນາຍທະຫານເຮືອ, ມອບໂອນເຕັກໂນໂລຢີເຕັກນິກ ແລະ ບາງເນື້ອໃນທີ່ສຳຄັນອື່ນໆ. ກ່ອນໜ້ານັ້ນ, ທີ່ການພົບປະກັບ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຟຸ່ງກວາງແທງ, 2 ຝ່າຍໄດ້ເປັນເອກະພາບກັນບັນດາເນື້ອໃນຮ່ວມມືໃນໄລຍະທີ່ຈະມາເຖິງຄືເພີ່ມທະວີການແລກປ່ຽນຄະນະຜູ້ແທນການທະຫານຂັ້ນຕ່າງໆ, ຜັນຂະຫຍາຍບ້ວງສິນເຊື່ອບຸລິມະສິດຂອງລັດຖະບານໂປໂລຍໃຫ້ແກ່ຫວຽດນາມ, ແບ່ງປັນບົດຮຽນ....