ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ - ຍີ່ປຸ່ນ ໃນຂົງເຂດຍຸຕິທຳ

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ - ຍີ່ປຸ່ນ ໃນຂົງເຂດຍຸຕິທຳ - ảnh 1
ຄະ​ນະ​ຜູ້​ແທນອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດຫວຽດນາມເຮັດ​ວຽກ​ຢູ່​ຍີ່ປຸ່ນ
(ພາບ: vietnamplus.vn)


(vovworld) - ວັນ​ທີ 05 ສິງຫາ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຍີ່ປຸ່ນ ​ໃນ​ລະຫວ່າງ​ວັນ​ທີ 04 – 08 ສິງຫາ, ຄະ​ນະ​ຜູ້​ແທນອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດຫວຽດນາມ ​ໂດຍ​ທ່ານ​ຫົວໜ້າ​ອົງການ​​ໄອ​ຍະ​ການ ຫງວຽນ​ຮ່ວາ​ບິ່ງ ນຳ​ໜ້າ, ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ອົງການ​ໄອ​ຍະ​ການສູງ​ສຸດ​ຍີ່ປຸ່ນ. ທີ່​ການ​​ເຮັດ​ວຽກ, ຫົວໜ້າ​ອົງການ​ໄອ​ຍະ​ການອົງການ​ໄອ​ຍະ​ການສູງ​ສຸດທ່ານ Ozu Hiroshi ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊີື່ນທີ່​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສູດ​ຫວຽດນາມ ມາ​ຢ້ຽມຢາມ​ ຍີ່ປຸ່ນ​ ໃນ​ປີ 2013, ​ເຊິ່ງ​ແມ່ນ​ປີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຍີ່ປຸ່ນ - ຫວຽດນາມ. ຕາມ​ທ່ານ​ຫົວ​ໜ້າອົງການ​ໄອ​ຍະ​ການ Ozu Hiroshi ​ແລ້ວ, ບັນດາ​ອົງການ​ຍຸຕິ​ທຳ​ຂອງ 2 ປະ​ເທດ​ໄດ້​ມີ​ການ​ສົມທົບ​ກັນ​ຢ່າງ​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍ​ໃນ​ຫຼາຍ​ປີຜ່ານມາ. ອົງການ​ໄອ​ຍະ​ການສູງ​ສຸດ​ຍີ່ປຸ່ນ ປາດ​ຖະໜາ​ຢາກ​ແລກປ່ຽນ​ຂໍ້​ມູນ, ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​​ໄອ​ຍະ​ການ ກັບ​ສະ​ຖາ​ບັນ​ໄອ​ຍະ​ການ​ປະຊາຊົນສູງ​ສຸດຫວຽດນາມ. ທ່ານ​ຫົວໜ້າ​ສະ​ຖາ​ບັນ ຫງວຽນ​ຮ່ວາ​ບິ່ງ ​ເນັ້ນ​ໜັກ​ວ່າ ການ​ຮ່ວມ​ມື​ລະຫວ່າງ 2 ອົງການ​ໄອ​ຍະ​ການ​ແມ່ນ​ປັດ​ໃຈ​ສຳຄັນ​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ນອກຈາກ​ນັ້ນ, ການ​ຮ່ວມ​ມື​ດັ່ງກ່າວ​ຍັງ​ມີ​ຄວາມ​ໝາຍ​ສຳຄັນ​ກວ່າ ​ໃນ​ສະພາບ​ທີ່ 2 ປະ​ເທດພວມສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ຍີ່ປຸ່ນ ​ແລະ ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນຳ​ກັນ.
ຂ່າວ/ບົດ​ອື່ນ