ເພີ່ມທະວີການຮ່ວມມືລະຫວ່າງຫ້ອງວ່າການສູນກາງພັກຫວຽດນາມແລະລາວ
ມີ້ບີ່ງ,ນັກຂ່າວVOVປະຈຳລາວ -  
ການເຈລະຈາລະຫວ່າງ 2 ຄະນະ
|
(vovworld) – ຕອນບ່າຍວັນທີ 9/6, ຢູ່ຫ້ອງການສູນກາງພັກປະຊາຊົນປະຕິວັດລາວ, ທ່ານ ບຸນຍັງ ວໍລະຈິດ, ຮອງປະທານປະເທດ ສປປ ລາວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມ ໂດຍທ່ານ ຫງວຽນວັນແທ່ງ, ຮອງຫົວໜ້າຫ້ອງວ່າການສູນກາງ, ນຳໜ້າ, ເນື່ອງໃນໂອກາດຄະນະໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ. ທີ່ການຕ້ອນຮັບ, ທ່ານ ບຸນຍັງ ວໍລະຈິດ ຖືວ່າ: ໃນໄລຍະຈະມາເຖິງ, 2 ພັກກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ, ແຕ່ລະປະເທດເລື່ອງ 2 ຫ້ອງວ່າການຮ່ວມມື, ແລກປ່ຽນບົດຮຽນກ່ຽວກັບວຽກງານເສນາທິການໃຫ້ແກ່ກົມການເມືອງ ແລະ ຄະນະເລຂາຈະປະກອບສ່ວນຈັດຕັ້ງກອງປະຊຸມໃຫຍ່ຂອງແຕ່ລະພັກບັນລຸຜົນສຳເລັດ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 9/6, ຄະນະຜູ້ແທນຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມ ໄດ້ເຈລະຈາກັບຄະນະຜູ້ແທນຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ໂດຍທ່ານ ພັນຄຳ ພົມມະທັດ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ, ນຳໜ້າ. 2 ຝ່າຍໄດ້ເຫັນດີເປັນເອກະສັນໃນໄລຍະຈະມາເຖິງ, ສືບຕໍ່ປະຕິບັດບັນດາແຜນງານ, ແຜນການທີ່ໄດ້ຮັບການລົງນາມແລ້ວຄື: ແລກປ່ຽນບັນດາຄະນະຜູ້ແທນການຕ່າງປະເທດ, ພົບປະແລກປ່ຽນມິດຕະພາບ… ສືບຕໍ່ໜູນຊ່ວຍນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນບັນດາອົງການຂອງພັກປະຊາຊົນປະຕິວັດລາວຕາມແຕ່ລະໄລຍະ.
ມີ້ບີ່ງ,ນັກຂ່າວVOVປະຈຳລາວ