(vovworld) – ວັນທີ 5/4, ຢູ່ຮ່າໂນ້ຍ, ທ່ານ ດັ່ງງອກຕູ່ງ, ປະທານສະຫະພັນແຮງງານ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສູນກາງສະຫະພັນກຳມະບານ ລາວ ໂດຍທ່ານປະທານ ປານ ນ້ອຍມະນູ ນຳໜ້າ. ນະທີ່ນີ້, ທ່ານປະທານສະຫະພັນແຮງງານ ຫວຽດນາມ ດັ່ງງອກຕູ່ງ ຫວັງວ່າ: ໄລຍະຈະມາເຖິງ, ອົງການກຳມະບານ 2 ປະເທດຈະມີການເຄື່ອນໄຫວລະອຽດ ແລະ ມາດຕະການຕ່າງໆເພື່ອພ້ອມກັນປະຕິບັດຂໍ້ຕົກລົງຮ່ວມມືໄລຍະ 2013 – 2018. ສ່ວນທ່ານປະທານສູນກາງສະຫະພັນກຳມະບານ ລາວ ປານ ນ້ອຍມະນູ ຫວັງວ່າ: ໄລຍະຈະມາເຖິງ, ອົງການກຳມະບານ 2 ປະເທດສືບຕໍ່ແລກປ່ຽນຄະນະຜູ້ແທນເປັນປະຈຳກ່ວາອີກເພື່ອແນໃສ່ເພີ່ມທະວີການແບ່ງປັນບົດຮຽນກ່ຽວກັບການເຄື່ອນໄຫວກຳມະບານ, ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ. 2 ຝ່າຍຈະແລກປ່ຽນຂໍ້ມູນຂ່າວກ່ຽວກັບການເຄື່ອນໄຫວກຳມະບານເປັນປະຈຳ, ສົມທົບກັນເພີ່ມທະວີການຄຸ້ມຄອງຄົນງານເສລີລະຫວ່າງ 2 ປະເທດ.