( vovworld ) - ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ,ຕອນບ່າຍວັນທີ 24/6, ທ່ານລັດຖະມົນຕີກະຊວງການເງິນຫວຽດນາມ Vuong Dinh Hue ໄດ້ມີການເຈລະຈາກັບທ່ານລັດຖະມົນຕີກະຊວງການເງິນລາວ ພູເພດ ຄຳພູວົງ ກ່ຽວກັບບັນດາມາດຕະການເພີ່ມທະວີການຮ່ວມມືດ້ານວິຊາການລະຫວ່າງສອງປະເທດກວ່າອີກ. ທ່ານລັດຖະມົນຕີ ພູເພດ ຄຳພູວົງ ໄດ້ຢືນຢັນວ່າ ລັດຖະບານລາວ ປາດຖະໜາຢາກສືບຕໍ່ຮ່ວມມືແລກປ່ຽນບົດຮຽນກັບຫວຽດນາມຢ່າງແໜ້ນແຟ້ນກວ່າອີກ ໂດຍສະເພາະແມ່ນໃນວຽກງານສຶກສາບຳລຸງສ້າງພະນັກງານ, ແຫຼ່ງຊັບພະຍາກອນມະນຸດ, ຄຸ້ມຄອງການເງິນ, ກໍ່ສ້າງພື້ນຖານໂຄງລ່າງ ປະກອບສ່ວນເຂົ້າໃນສາພາລະກິດສ້າງສາພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ທ່ານລັດຖະມົນຕີ Vuong Dinh Hue ໄດ້ເນັ້ນໜັກວ່າ, ກະຊວງການເງິນຫວຽດນາມ ຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອແນໃສ່ຊຸກຍູ້ການຮ່ວມມືກັບກັບຂະແໜງການເງິນລາວຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກວ່າ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດຂອງສອງປະເທດເວົ້າລວມ ກໍຄືຂະແໜງການເງິນເວົ້າສະເພາະ.