ເພີ່ມທະວີການຮ່ວມມືສາກົນໃນດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ - ລາວ

ເພີ່ມທະວີການຮ່ວມມືສາກົນໃນດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ  - ລາວ - ảnh 1
ພະນັກງານວິທະຍາສາດ
ພາບປະກອບ: internet


(vovworld) - ຕອນ​ເຊົ້າ​ວັນ​ທີ 6/9 ຢູ່ ​ແຂວງ Quang Binh, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ ​ແລະ ກະຊວງ​ວິ​ທະຍາ​ສາດ ​ - ​ເຕັກ​ໂນ​ໂລ​ຊີ ລາວ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ“ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນກ່ຽວ​ກັບ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ນອນ​ໃນ​ຂອບ​ເຂດ​ໂຄງການ​ຮ່ວມ​ມື, ພົບປະ​ແລກປ່ຽນມິດຕະພາບ​ເນື່ອງ​ໃນ​ໂອກາດ​ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ 2012.” ບັນດາ​ບົດ​ປະກອບ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ເຕັກ​ໂນ​ໂລ​ຊີ​ໃນ​ໄລຍະ​ຈະ​ມາ​ເຖິງ. ນັກ​ວິທະຍາສາດ, ນັກ​ຄຸ້ມ​ຄອງ​ສອງ​ປະ​ເທດ​​ໄດ້​ແລກປ່ຽນ, ປຶກສາ​ຫາລື​ບັນຫາ​ຕ່າງໆ​ທີ່​ກ່ຽວຂ້ອງ​ເພື່ອ​ເຮັດ​ໃຫ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ກາຍ​ເປັນ​ກຳລັງ​ຜະລິດ​ໂດຍ​ກົງ ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ​ສັງຄົມ, ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ການ​ຮັກສາ​ສັນຕິ​ພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ ຢູ່ ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ກໍ​ຄື​ຢູ່​ໃນ​ໂລກ.

​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຳ​ມະ​ນາ, ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ຫລຽນ​ກາ​ທີ່​ລະນຶກ​ເພື່ອ​ພາລະກິດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໃຫ້​ແກ່​ລັດຖະມົນຕີ​ກະ​ຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ລາວ ​ແລະ ​ໃບ​ຍ້ອງຍໍ​ຂອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ ​ໃຫ້​ແກ່​ຮອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ລາວ.

 

ຂ່າວ/ບົດ​ອື່ນ