ເພີ່ມທະວີການຮ່ວມມື ລະຫວ່າງຄະນະກຳມະກາ ກວດກາສູນກາງພັກ ຫວຽດນາມ-ລາວ
(ພາບ:vietnamplus.vn )
(vovworld) - ໂດຍໄດ້ຮັບຄຳເຊີນຈາກຄະນະກຳມະກາກວດກາສູນກາງພັກ ປຊຊ ປະຕິວັດລາວ, ຄະນະຜູ້ແທນຄະນະກຳມະກາກວດກາສູນກາງພັກກອມມູນິດຫວຽດນາມ ນຳໂດຍທ່ານມາຍເທເຢືອງ ຮອງປະທານຜູ້ປະຈຳການ ຄະນະກຳມະກາກວດກາສູນກາງພັກກອມມູນິດຫວຽດນາມ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 9-13/9. ຕອນບ່າຍວັນທີ 9/9, ຢູ່ນະຄອນຫຼວງວຽງຈັນ, ຄະນະໄດ້ດຳເນີນການພົບປະເຈລະຈາກັບ ຄະນະກຳມະກາກວດກາສູນກາງພັກ ປຊຊ ປະຕິວັດລາວ ໂດຍທ່ານຮອງປະທານທອງສີ ອ້ວນລາສີ ນຳໜ້າ. ສອງຝ່າຍເຫັນດີເປັນເອກະສັນຈະສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນທິດສະດີກໍ່ຄືພຶດຕິກຳຕົວຈິງກ່ຽວກັບວຽກງານຕິດຕາມກວດກາສຳລັບບັນດາອົງການພັກ ແລະ ສະມາຊິກພັກຕາມການຈັດແບ່ງຂັ້ນຄຸ້ມຄອງ ກໍ່ຄືແລກປ່ຽນບົດຮຽນໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຊຸກຍູ້ການຮ່ວມມືລະຫວ່າງສອງຄະນະກຳມະການຢ່າງແທດຈິງ, ມີປະສິດທິຜົນ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ-ລາວ ນັບມື້ນັບພັດທະນາຢ່າງໝັ້ນຄົງ.