ເພີ່ມທະວີການຮ່ວມມື, ແບ່ງປັນຂໍ້ມູນຂ່າວ, ຮັບປະກັນຄວາມສະຫງົບ, ປອດໄພບົນທະເລ

ເພີ່ມທະວີການຮ່ວມມື, ແບ່ງປັນຂໍ້ມູນຂ່າວ, ຮັບປະກັນຄວາມສະຫງົບ, ປອດໄພບົນທະເລ - ảnh 1
ກອງ​ປະຊຸມ​ຜູ້​ບັນຊາ​ການ​ກຳລັງ​ປະຕິບັດ​ກົດໝາຍ
ບົນ​ທະ​ເລບັນດາ​ປະ​ເທດຂຶ້ນ​ກັບ​ອ່າວ​ໄທ​ຄັ້ງ​ທີ 3
(ພາບ: tuoitre.vn)

 (vovworld) – ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແບ່ງປັນ​ຂໍ້​ມູນ​ຂ່າວ, ຮັບປະກັນ​ຄວາມ​ສະຫງົບ, ປອດ​ໄພບົນ​ທະ​ເລ, ແມ່ນຫົວ​ຂໍ້​ຂອງ​ກອງ​ປະຊຸມ​ຜູ້​ບັນຊາ​ການ​ກຳລັງ​ປະຕິບັດ​ກົດໝາຍບົນ​ທະ​ເລບັນດາ​ປະ​ເທດຂຶ້ນ​ກັບ​ອ່າວ​ໄທ​ຄັ້ງ​ທີ 3, ​ເຊິ່ງ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ​ວັນ​ທີ 14/1, ຢູ່​ນະຄອນ​ດ່າ​ນັ້ງ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ກຳລັງ​ຕຳຫຼວດ​ທະ​ເລທີ່ປະຕິບັດ​ກົດໝາຍ​ບົນ​ທະ​ເລ​ຂອງ​ກຳປູ​ເຈຍ, ມຽນມາ ​​ໄທ ​ແລະ ຫວຽດນາມ.

ກອງ​ປະຊຸມ​ເພື່ອ​ແນ​ໃສ່​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ຕ່າງໆ ກໍ່​ຄື​ສະພາບ​ຄວາມ​ສະຫງົບປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ເຂດ​ອ່າວ​ໄທ, ​ແບ່ງປັນ​ບົດຮຽນ, ຍົກ​ສູງ​ປະສິດ​ທິຜົນ​​ການ​ປະຕິບັດ​ກົດໝາຍ​ບົນ​ທະ​ເລ... ຈາກ​ນັ້ນ​ກຳນົດ​ຄາດໝາຍ ​ແລະ ​ຂົງ​ເຂດ​ຮ່ວມ​ມື​ລວມລະຫວ່າງ​ປະ​ເທດ​ຕ່າງໆ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ບົນ​ທະ​ເລ​ໃນ​ພາກ​ພື້ນ. ພົນ​ຈັດຕະວາ ຫງວຽນ​ກວາງ​ດ້າມ, ຜູ້​ບັນຊາ​ການ​ກຳລັງຕຳຫຼວດ​ທະ​ເລ​ຫວຽດນາມ, ຖື​ວ່າ:

“​ໄລຍະ​ຜ່ານ​ມາ, ກຳລັງ​ຕຳຫຼວດ​ທະ​ເລ​ພ້ອມ​ກັບ​ກຳລັງ​ອື່ນໆ ​ໄດ້​ປະຕິບັດ​ກົດໝາຍ​ບັນ​ທະ​ເລ​ເປັນ​ຢ່າງ​ດີ ​ເພື່ອ​ຮັບປະກັນ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຊາວ​ປະມົງ​ຫວຽດນາມ. ການ​ເຄື່ອນ​ໄຫວ​ຂອງ​ພວກ​ເຮົາ​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ​ ນັບ​ມື້​ນັບ​ມີ​ທີ່​ຕັ້ງ​ສຳຄັນ​ໃນ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ພິ​ເສດ​ແມ່ນ​ໃນ​ບັນດາ​ປະ​ເທດ​ທີ່​ຂຶ້ນ​ກັບ​ເຂດ​ອ່າວ“

ຂ່າວ/ບົດ​ອື່ນ