ເພີ່ມທະວີການຮ່ວມມື ແລະ ເປີດກ້ວາງການພົວພັນລະຫວ່າງ ຫວຽດນາມ - ຕັງຊານີ
(VOVWORLD) - ຕອນບ່າຍວັນທີ 2 ສິງຫາ, ຢູ່ Dar es Salaam, ທ່ານ ຫງວຽນນາມຕ໊ຽນ ເອກອັກຄະລັດຖະທູດຫວຽດນາມ ໄດ້ຢື່ນສາຕາຕັ້ງເຖິງທ່ານ John Pombe Joseph Magufuli ປະທານາທິບໍດີ ຕັງຊານີ.
Halotel ແມ່ນບໍລິສັດໂທລະຄົມມະນາຄົມອັນໜຶ່ງດຽວສາມາດແຊກຊຶມເຂົ້າເຂດຫ່າງໄກຊອກຫຼີກຂອງຕັງຊານີ (ພາບ: TTXVN) |
ທີ່ການຕ້ອນຮັບ, ທ່ານປະທານາທິບໍດີ Magufuli ໄດ້ຢັ້ງຢືນວ່າ ຕັງຊານີຍາມໃດກໍ່ສະໜັບສະໜູນຫວຽດນາມ, ພ້ອມທັງຮຽກຮ້ອງໃຫ້ວິສາຫະກິດຫວຽດນາມ ຍູ້ແຮງການຮ່ວມມື, ການລົງທຶນຢູ່ ຕັງຊານີ, ເປັນຕົ້ນແມ່ນການລົງທຶນສ້າງໂຮງງານປຸງແຕ່ງໝາກມ່ວງຫິມະພານ.
ສ່ວນທ່ານ ຫງວຽນນາມຕ໊ຽນ ກໍ່ໄດ້ສະເໜີໃຫ້ 2 ຝ່າຍສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນ ແລະ ສົມທົບກັນຢ່າງແໜ້ນແຟ້ນກ່ວາອີກຢູ່ບັນດາເວທີປາໄສຫຼາຍຝ່າຍ, ລົງນາມບັນດາເອກະສານຮ່ວມມືສອງຝ່າຍໂດຍໄວເພື່ອແນໃສ່ສ້າງກອບນິຕິກຳໃຫ້ແກ່ການພົວພັນສອງຝ່າຍ, ສ້າງເງື່ອນໄຂໃຫ້ແກ່ບໍລິສັດ Halotel (ບໍລິສັດຮ່ວມດຳເນີນທຸລະກິດ ຂອງ Viettel ຢູ່ ຕັງຊານີ) ມີການເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ສະດວກຢູ່ປະເທດປະຈຳຖິ່ນ.