(vovworld) – ວັນທີ 23/6, ຢູ່ ຮ່າໂນ້ຍ, ອົງການກວດກາລັດຖະບານໄດ້ປຸກລະດົມໂຄງການ “ທະວີຄູນຂໍ້ລິເລີ່ມໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ ຫວຽດນາມ” ເພື່ອແນໃສ່ເພີ່ມທະວີການເຂົ້າຮ່ວມຂອງປະຊາຊົນໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງກ່ວາອີກ. ທີ່ພິທີການປຸກລະດົມ, ຜູ້ຕາງໜ້າອົງການກວດກາລັດຖະບານໄດ້ເຜີຍແຜ່ 10 ຂໍ້ລິເລີ່ມທີ່ດີເດັ່ນຈາກບັນດາໂຄງການ “ວັນຫົວຄິດປະດິດສ້າງຫວຽດນາມ“ (VID) ແລະ ບັນດາໂຄງການ “ຂໍ້ລິເລີ່ມໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ຫວຽດນາມ” (VACI). ນີ້ແມ່ນບັນດາຂໍ້ລິເລີ່ມຂຶ້ນກັບ 4 ກຸ່ມຫົວຂໍ້: ການຕິດຕາມກວດກາປະຊາຄົມ; ການສຶກສາກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃຫ້ຊາວໜຸ່ມ, ເຍົາວະຊົນ; ສື່ສານ, ຍົກສູງຄວາມຮູ້ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນປະຊາຄົມ; ຍົກສູງຄຸນນະພາບການສະໜອງບໍລິການລັດ. ທ່ານຮອງຫົວໜ້າອົງການກວດກາລັດຖະບານ ເຈິນດຶກເລື້ອງ ຊີ້ແຈ້ງວ່າ:
ເພື່ອລະງັບໃຈ ແລະ ຍູ້ໄພສໍ້ລາດບັງຫຼວງໃຫ້ຖອຍໄປເທື່ອລະກ້າວ, ລັດຖະບານປາດຖະໜາວ່າຈະມີການສະໜັບສະໜູນຢ່າງຕັ້ງໜ້າ ແລະ ການປະກອບສ່ວນຢ່າງແທດຈິງ, ມີລັກສະນະສ້າງສັນຈາກປະຊາຊົນ,ຈາກປະຊາຄົມ ແລະ ບັນດາອົງການຈັດຕັ້ງ ເພື່ອແນໃສ່ຍົກສູງຄວາມຮັບຜິດຊອບ, ລັກສະນະກະຈ່າງແຈ້ງ ແລະ ສະກັດກັ້ນການສໍ້ລາດບັງຫຼວງ.