ພາບປະກອບ
|
(vovworld) – ທ່ານນາງລັດຖະມົນຕີວ່າການກະຊວງສາທາລະນະສຸກ ຫວຽດນາມ ຫງວຽນທິກິມຕ໋ຽນ ຫາກໍ່ເຊັນຈົດໝາຍທາງການສະເໜີໃຫ້ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຜັນຂະຫຍາຍການປ້ອງກັນ, ຕ້ານເຊື້ອພະຍາດ MERS ສຳລັບພົນລະເມືອງຕ່າງປະເທດ ຢູ່ ຫວຽດນາມ, ພິເສດແມ່ນຢູ່ບັນດາເຂດຜະລິດປຸງແຕ່ງ, ເຂດອຸດສາຫະກຳ ແລະ ກິດຈະກຳກໍ່ສ້າງ. ຈົດໝາຍທາງການໄດ້ຊີ້ແຈ້ງວ່າ: ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຊີ້ນຳພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແລະ ບັນດາຄະນະ, ຂະແໜງການກ່ຽວຂ້ອງສົມທົບກັບຄະນະຄຸ້ມຄອງບັນດາເຂດປຸງແຕ່ງ, ເຂດອຸດສາຫະກຳ, ກິດຈະກຳກໍ່ສ້າງເພື່ອເພີ່ມທະວີການໂຄສະນາສຳລັບພົນລະເມືອງ ສ. ເກົາຫຼີ ແລະ ເຂດຕາເວັນອອກກາງ ທີ່ພວມອອກແຮງງານ, ເຮັດວຽກຢູ່ ຫວຽດນາມ ກ່ຽວກັບບັນດາມາດຕະການປ້ອງກັນ, ຕ້ານເຊື້ອພະຍາດ MERS. ບັນດາທ້ອງຖິ່ນຮຽກຮ້ອງໃຫ້ຜູ້ທີ່ມາຈາກເຂດມີໂລກພະຍາດຕ້ອງເປັນເຈົ້າການໃນການແຈ້ງອາການສຸຂະພາບຢູ່ດ່ານຊາຍແດນ ແລະ ຕິດຕາມກວດກາສຸຂະພາບຕົນເອງໃນຮອບເວລາ 14 ວັນ, ຖ້າຫາກມີອາການບໍ່ເປັນປົກກະຕິຕ້ອງແຈ້ງໃຫ້ພະແນກສາທາລະນະສຸກ ໄດ້ຮັບຊາບ.