ເພີ່ມທະວີການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກຫຼັງສົງຄາມຢູ່ຫວຽດນາມ
ການສຳມະນາ “ເພີ່ມທະວີການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກ
ລະເບີດບໍ່ທັນແຕກຫຼັງສົງຄາມຢູ່ ຫວຽດນາມ“
|
(vovworld) - ບັນດາຂໍ້ຈຳກັດໃນລາຍການ ແລະ ການບໍລິການໜູນຊ່ວຍສັງຄົມຕ່າງໆ ເພື່ອໃຫ້ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກເຊື່ອມໂຍງເຂົ້າກັບປະຊາຄົມນັ້ນ, ແມ່ນບັນຫາທີ່ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືໃນການສຳມະນາ “ເພີ່ມທະວີການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກຫຼັງສົງຄາມຢູ່ ຫວຽດນາມ“ ໂດຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຈັດຕັ້ງໃນຕອນບ່າຍວັນທີ 13/1. ຢູ່ ຮ່າໂນ້ຍ. ກ່າວຄວາມເຫັນນະທີ່ນີ້, ທ່ານ ໂຕດຶກ, ຮອງຫົວໜ້າກົມອຸປະກະລະສັງຄົມ, ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ, ໄລຍະ 2016-2020, ຈະກໍ່ສ້າງແຜນສັງລວມລະດັບຊາດ ເພື່ອຊ່ວຍຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກເຊື່ອມໂຍງເຂົ້າກັບປະຊາຄົມ, ສຸມໃສບັນດາໜ້າທີ່ຕົ້ນຕໍແມ່ນປິ່ນປົວຢ່າງທັນການ, ມີປະສິດທິຜົນ ແລະ ຍົກສູງຄວາມສາມາດຂອງລະບົບກາຍະບຳບັດ ແລະໜູນຊ່ວຍໃຫ້ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ; ໜູນຊ່ວຍໃນການລ້ຽງຊີບ, ໃຫ້ກູ້ຢືມທຶນ, ກໍ່ສ້າງວິຊາຊີບ, ຊອກຫາວຽກເຮັດງານທຳ; ເພີ່ມຖັນແຖວພະນັກງານທີ່ເຮັດວຽກງານກາຍະບຳບັດໃຫ້ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ
“ປະຈຸບັນກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ພວມປັບປຸງ ແລະ ຈະຍື່ນຕໍ່ລັດຖະບານແຜນຮ່າງ, ຖານຂໍ້ມູນກ່ຽວກັບຊີວິດສັງຄົມ, ແຜນຮ່າງຍັງມີເນື້ອໃນກໍ່ສ້າງລະບົບຖານຂໍ້ມູນກ່ຽວກັບຄົນພິການ, ໃນນັ້ນມີຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ. ນີ້ແມ່ນພື້ນຖານເພື່ອກໍ່ສ້າງລະບົບຖານຂໍ້ມູນທີ່ຮັບປະກັນລັກສະນະເປັນເອກະພາບ, ກໍ່ຄືຮັບປະກັນການແບ່ງປັນລະຫວ່າງກະຊວງ, ຂະແໜງການ, ບັນດາຄູ່ຮ່ວມມືສາກົນ ແລະ ທ້ອງຖີ່ນຕ່າງໆ.“