ເພີ່ມທະວີຄວາມເປີດເຜີຍກະຈ່າງແຈ້ງໃນຂົງເຂດຊັບພະຍາກອນແລະສິ່ງແວດລ້ອມ
ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເຈີນຮົ່ງຮ່າ
(ພາບປະກອບ)
(vovworld) - ເພີ່ມທະວີຄວາມເປີດເຜີຍກະຈ່າງແຈ້ງໃນຂົງເຂດຊັບພະຍາກອນແລະສິ່ງແວດລ້ອມ. ນີ້ແມ່ນສານຂອງທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເຈີນຮົ່ງຮ່າ ຝາກເຖິງປະຊາຊົນ, ວິສາຫະກິດ ແລະ ຖັນແຖວພະນັກງານການນຳ, ຄຸ້ມຄອງຂອງຂະແໜງ ໃນການໂອ້ລົມສົນທະນາໂດຍກົງຜ່ານເຄືອຂ່າຍອີນເຕີແນັດ ປີ 2016 ດ້ວຍຫົວຂໍ້ “ສ້າງນະໂຍບາຍ, ກົດໝາຍກ່ຽວກັບຊັບພະຍາກອນ ແລະ ສິ່ງແວດລ້ອມໃຫ້ສົມບູນແບບ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃຫ້ປະຊາຊົນ ແລະ ວິສາຫະກິດ”, ເຊິ່ງຖືກດຳເນີນໃນວັນທີ 07/11. ທ່ານລັດຖະມົນຕີ ເຈີນຮົ່ງຮ່າ ໃຫ້ຮູ້ວ່າ, ໃນການໂອ້ລົມສົນທະນາຄັ້ງນີ້, ນອກຈາກເລື່ອງຕອບຄຳຖາມ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງປະຊາຊົນ ແລະ ວິສາຫະກິດ, ຍັງແມ່ນໂອກາດເພື່ອໃຫ້ກະຊວງຮັບເອົາຄຳເຫັນປະກອບໃສ່ນະໂຍບາຍຈາກພຶດຕິກຳຂອງປະຊາຊົນ, ວິສາຫະກິດເພື່ອສືບຕໍ່ສ້າງນະໂຍບາຍກົດໝາຍກ່ຽວກັບບັນດາຂົງເຂດຊັບພະຍາກອນ ແລະ ສິ່ງແວດລ້ອມໃຫ້ສົມບູນແບບ. ນອກນັ້ນແມ່ນເພື່ອສ້າງຄວາມເປີດເຜີຍກະຈ່າງແຈ້ງ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ການລົງທຶນ ແລະ ດຳເນີນທຸລະກິດ, ປະກອບຄວາມເຫັນໃຫ້ການພັດທະນາ, ຮັບໃຊ້ຄວາມຕ້ອງການຂອງປະຊາຊົນ ແລະ ວິສາຫະກິດ.