ເພີ່ມທະວີດ້ານການຮ່ວມມື ການຕ່າງປະເທດ ຫວຽດນາມ - ລາວ
ລັດຖະມົນຕີການຕ່າງປະເທດ ທັງສອງທ່ານລົງນາມ ໃນຂໍ້ຕົກລົງຮ່ວມມືລະຫວ່າງກະຊວງ ການຕ່າງປະເທດ
ຫວຽດນາມ - ລາວ ໄລຍະ 2012 – 2017
( ພາບ: nhandan.com.vn )
|
( vovworld ) - ການພົບປະແລກປ່ຽນມິດຕະພາບຄັ້ງທີ 6 ລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ລາວ ໄດ້ຈັດຂຶ້ນຢູ່ຮ່າຕິ້ງ ແຕ່ວັນທີ 17 – 20/3/2012. ຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ ໂດຍທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ເປັນຫົວໜ້າຄະນະ. ຄະນະຜູ້ແທນກະຊວງການຕ່າງປະເທດລາວ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ທອງລຸນ ສີສຸລິດ ນຳໜ້າ. ທີ່ການພົບປະແລກປ່ຽນ, ສອງຝ່າຍລ້ວນແຕ່ຢືນຢັນວ່າ ຈະສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍ ແລະ ແທດຈິງຫຼາຍຢ່າງໃນປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ 2012 ຢ່າງຕັ້ງໜ້າ ເພື່ອແນໃສ່ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດ ( 1962 – 2012 ) ແລະ 35 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ ( 1977 – 2012 ). ສອງຝ່າຍເຫັນດີສືບຕໍ່ຮັກສາ, ປ່ຽນໃໝ່ ແລະ ຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງປະເທດເວົ້າລວມ ກໍຄືລະຫວ່າງສອງກະຊວງການຕ່າງປະເທດເວົ້າສະເພາະ, ເພື່ອແນໃສ່ປະຕິບັດແນວທາງການຕ່າງປະເທດຂອງສອງປະເທດ ໂດຍກອງປະຊຸມໃຫຍ່ຄັ້ງທີ 11 ພັກກອມມູນິດຫວຽດນາມ ແລະ ກອງປະຊຸມໃຫຍ່ຄັ້ງທີ 9 ພັກປະຊາຊົນປະຕິວັດລາວໄດ້ວາງອອກຢ່າງມີໄຊ.
ໃນຂອບເຂດຂອງການພົບປະແລກປ່ຽນ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ທອງລຸນ ສີສຸລິດ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງກະຊວງການຕ່າງປະເທດຫວຽດນາມ - ລາວ ໄລຍະ 2012 – 2017 ແລະ ຂ້ໍຕົກລົງຮ່ວມມືລະຫວ່າງສະຖາບັນການຕ່າງປະເທດຫວຽດນາມ ແລະ ສະຖາບັນການຕ່າງປະເທດລາວ.