ເພີ່ມທະວີບົດບາດຂອງພໍ່ແມ່ໃນການສ້າງນະໂຍບາຍ,ປົກປັກຮັກສາແລະເບິ່ງແຍງດູແລເດັກ

ເພີ່ມທະວີບົດບາດຂອງພໍ່ແມ່ໃນການສ້າງນະໂຍບາຍ,ປົກປັກຮັກສາແລະເບິ່ງແຍງດູແລເດັກ	 - ảnh 1
(ພາບປະກອບ)

​(vovworld) - ​​ເພື່ອ​ຕອບ​ສະໜອງ​ເດືອນ​ເພື່ອ​ເດັກນ້ອຍ ປີ 2015 ດ້ວຍ​ຫົວ​ຂໍ້​ວ່າ “ຮັບ​ຟັງ​ເດັກ​ເວົ້າ”, ຕອນ​​ເຊົ້າ​ວັນ​ທີ 18/06, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະຫະພັນ​ແມ່ນ​ຍິງ​ຫວຽດນາມ ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວໜຸ່ມຫວຽດນາມ ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ “ສິດ​ເຂົ້າ​ຮ່ວມ​ຂອງ​ເດັກ​ໃນ​ຄອບຄົວ ​ແລະ ບົດ​ບາດ​ຂອງ​ພໍ່​ແມ່”. ບັນດາ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໄດ້​ຢືນຢັນ​ວ່າ ຄອບຄົວ​​ແມ່ນສະພາບ​ແວດ​ລ້ອມ​ທີ່ສຳຄັນ​ໃຫ້​ແກ່ການ​ເຕີບ​ໂຫຍ່, ​ພັດທະນາ​ຂອງ​ເດັກ. ຜູ້​ແທນ​ຫຼາຍ​ທ່ານ​ໄດ້​ຖື​ວ່າ, ຕ້ອງ​ສ້າງ​ລາຍການ​ຊຸກຍູ້ສິດ​ເຂົ້າ​ຮ່ວມ​ຂອງ​ເດັກ​ໃນ​ຄອບຄົວ ກໍ່​ຄື​ສ້າງ​ເອກະສານ​ນິຕິ​ກຳ​, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ພາຍ​ໃນ​ຄອບຄົວ. ທ່າ​ນນາງ ຫງວຽນ​ທິຕວຽດມາຍ, ຫົວ​ໜ້າ​ພະ​ແນ​ກ​ຄອບຄົວ - ສັງຄົມ, ສະຫະພັນ​ແມ່ຍິງ​ຫວຽດນາມ ຖື​ວ່າ.

      “ພໍ່​ແມ່ ​ແລະ ຄອບຄົວ​​ມຮ​ບົດບາດ​ສຳ​ຄັນ​ໃນ​ການ​ຊຸກຍູ້​ສິດ​ເຂົ້າ​ຮ່ວມ​ຂອງ​ເດັກ​ໃນ​ຄອບຄົວ, ຊ່ວຍ​ສະກັດ​ກັ້ນ, ​ແກ້​ໄຂ​ການ​ປະ​ທະ​ກັນ, ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ ​ແລະ ຊອກ​ຫາ​ມາດ​ຕະການ​ຊູ​ກຍູ້​ຄວາມ​ເຂົ້າ​ອົກ​ເຂົ້າໃຈ​ຂອງ​ເດັກ ​ແມ່ນ​ປັດ​ໃຈ​ສຳຄັນ ພອມກັບ​ບັນດາ​ສະມາຊິກ​ອື່ນ​ສ້າງ​ຄອບຄົວ​ໃຫ້​ມີ​ຄວາມ​​ສຸກ. ຜ່ານ​ນັ້ນ, ບັນດາ​ກະຊວງ, ຂະ​​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນຕ້ອງ​ເພີ່ມ​ທະວີ​ບົດບາດ​ຂອງ​ພໍ່​ແມ່ກວ່າ​ອີກ ​ໃນ​ການ​ສ້າງ​ນະ​ໂຍບາຍ, ​ແຊກ​ແຊງ, ປົກ​ປັກ​ຮັກສາ, ​​ເບິ່ງ​ແຍງດູ​ແລ​ເດັກ​ໃນ​ໄລຍະ​ຈະ​ມາ​ເຖິງ​ ເພື່ອ​ນຳ​ມາ​ເຊິ່ງທຸກສິ່ງ​ທຸກ​ຢ່າງທີ່​ດີ​ທີ່​ສຸດ​ໃຫ້​ແກ່​ເດັກ​ໃນ​ປະຈຸ​ບັນ ​ແລະ ​ໃນອະນາ​ຄົດ”.

ຂ່າວ/ບົດ​ອື່ນ