ເພີ່ມທະວີບົດບາດ ຂອງແມ່ຍິງ ແລະ ເດັກນ້ອຍໃນການ ຫຼຸດຜ່ອນ ຄວາມສ່ຽງ
ພວກນັກສຶກສາດຳເນີນຂະບວນແຫ່ເນື່ອງໃນໂອກາດວັນ
ຫຼຸດຜ່ອນໄພທຳມະຊາດສາກົນ ຢູ່ແຂວງ ດົງທາບ
|
Vovworld- ເນື່ອງໃນໂອກາດວັນຫຼຸດຜ່ອນໄພທຳມະຊາດສາກົນປີ 2012 ( 13/10), ຕອນເຊົ້າວັນທີ 12/10, ຢູ່ຮ່າໂນ້ຍ, ຄະນະຊີ້ນຳການປ້ອງກັນ ແລະ ຕ້ານພາຍຸນ້ຳຖ້ວມສູນກາງ, ສະຫະພັນແມ່ຍິງຫວຽດນາມ ແລະ ກຸ່ມບັນດາ ຄູ່ຮ່ວມມືໃນຂົງເຂດຄຸ້ມຄອງໄພທຳມະຊາດໄດ້ສົມທົບກັນຈັດຕັ້ງ ກອງປະຊຸມດ້ວຍ ຫົວເລື່ອງວ່າ “ ຈົ່ງຮັບຮູ້ກຳລັງແຮງຂອງແມ່ຍິງ ແລະ ເດັກສາວໃນການຫຼຸດຜ່ອນ ຄວາມສ່ຽງ ” . ຕາມຂໍ້ມູນຂອງ ສ.ປ.ຊ, ແຕ່ປີ 1990 ຫາປີ 2010, ຫວຽດນາມແມ່ນປະເທດຢືນອັນດັບທີ່ 6 ໃນຈຳນວນບັນດາປະເທດຮັບຜົນສະທ້ອນຢ່າງ ໜັກໜ່ວງຈາກໄພທຳມະຊາດ. ແຕ່ລະປີ, ໄພທຳມະຊາດໄດ້ເຮັດໃຫ້ມີຜູ້ເສຍຊີວິດ 500 ຄົນ ແລະ ຖືກເສຍຫາຍທາງດ້ານວັດຖຸປະມານ 1,8 ຕື້ USD. ເພື່ອຮັບມືກັບໄພທຳມະຊາດ, ແມ່ນຄວນມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງທັງສັງຄົມ, ໃນນັ້ນແມ່ຍິງມີຄວາມສາມາດບົ່ມຊ້ອນ,ປະສົບການ , ບົດຮຽນຫຼາຍຢ່າງຊຶ່ງຄວນໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ. ແມ່ຍິງແມ່ນບັນດາຜູ້ເຮັດວຽກບ້ານການເຮືອນເພື່ອຫຼຸດຜ່ອນຄວາມສ່ຽງເມື່ອຮອດຍາມມີໄພທຳມະຊາດ ຄື ສະສົມສະບຽງອາຫານ, ຊອກຫາບ່ອນເກັບມ້ຽນຊັບສົມບັດທີ່ມີຄ່າ......ແຕ່ຢູ່ຫວຽດນາມຄວາມຮັບຮູ້ກ່ຽວກັບບົດບາດກໍຄືການປະກອບສ່ວນຂອງແມ່ຍິງໃນການຄຸ້ມຄອງ ແລະ ຫຼຸດຜ່ອນໄພທຳມະຊາດຍັງຖືກຈຳກັດຢູ່. ດັ່ງນັ້ນ ບັນດາຄຳຄິດເຫັນທີ່ກອງປະຊຸມ ໄດ້ສະໜັບສະໜູນການເຂົ້າຮ່ວມຂອງແມ່ຍິງ ແລະ ເດັກນ້ອຍ ປະກອບສ່ວນ ເພີ່ມທະວີກຳລັງແຮງຂອງວົງຄະນະຍາດເພື່ອຮັບມືກັບການປ່ຽນແປງ ຂອງດິນຟ້າ ອາກາດ.