ເພີ່ມທະວີສາຍພົວພັນສາມັກຄີລະຫວ່າງຫວຽດນາມ, ລາວ, ກຳປູເຈຍ
ພິທີຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບລາວ - ຫວຽດນາມ
ແລະ ຄະນະຜູ້ແທນສະມາຄົມມິດຕະພາບກຳປູເຈຍ - ຫວຽດນາມ
(ພາບ: mod.gov.vn)
(vovworld) – ຕອນເຊົ້າວັນທີ 12/05, ຢູ່ຮ່າໂນ້ຍ, ພົນຕີ ຫງວຽນຈ້ອງເຫງັ້ຍ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບລາວ - ຫວຽດນາມ ໂດຍພົນຈັດຕະວາ ພູວົງ ວົງພົມ, ຜູ້ຮັກສາການຫົວໜ້າກົມໃຫຍ່ພະລາທິການກະຊວງປ້ອງກັນປະເທດລາວ ເປັນຫົວໜ້າຄະນະ ແລະ ຄະນະຜູ້ແທນສະມາຄົມມິດຕະພາບກຳປູເຈຍ - ຫວຽດນາມ ໂດຍຈອມພົນ Oc Nha Chao Phally, ຮອງລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ເປັນຫົວໜ້າຄະນະ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ພົນຕີ ຫງວຽນຈ້ອງເຫງັ້ຍ ເນັ້ນໜັກວ່າ ຫວຽດນາມ, ລາວ ແລະ ກຳປູເຈຍ ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຂອງ 2 ຄະນະຜູ້ແທນຄັ້ງນີ້ແມ່ນເພື່ອສືບຕໍ່ປັບປຸງ, ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 3 ປະເທດຫວຽດນາມ, ລາວ, ກຳປູເຈຍ ກວ່າອີກ.