ເພີ່ມທະວີແລະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ເລິກເຊິ່ງກວ້າງຂວາງ ລະຫວ່າງຫວຽດນາມແລະຍີ່ປຸ່ນ
ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ
ພາບ:cafe.vn
|
(vovworld)- ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ວັນທີ 15/9 ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ເລີ່ມຕົ້ນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ໃນເວລາ 4 ວັນ. ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວການຕ່າງປະເທດສຳຄັນຂອງຫວຽດນາມ ໃນປີ 2015 ເພື່ອເປັນເຈົ້າການຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫລາຍຮູບຫລາຍແບບ ແລະ ຫລາຍຝ່າຍ, ນຳບັນດາການພົວພັນລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມືໃຫຍ່ເຂົ້າສູ່ລວງເລິກ. ທີ່ຍີ່ປຸ່ນ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ມີການພົບປະ, ເຈລະຈາກັບ ພະເຈົ້າຈັກກະພັດ ຍີ່ປຸ່ນ, ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ການນຳສະພາແຫ່ງຊາດ ຍີ່ປຸ່ນ ແລະ ພົບປະກັບບັນດາວົງການ, ວິສາຫະກິດ, ພັກຝ່າຍຢູ່ ຍີ່ປຸ່ນ. ຜ່ານນັ້ນ ແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ຢ່າງຮອບດ້ານ ແລະ ເລິກເຊິ່ງກວ່າ ເພື່ອສັນຕິພາບ ແລະວັດທະນາຖາວອນ ຢູ່ ອາຊີ ດ້ວຍຈຸດສຸມແມ່ນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການເຊື່ອມຕໍ່ ແລະ ການຮ່ວມມືດ້ານເສດຖະກິດ, ຍູ້ແຮງການຮ່ວມມືໃນບັນດາບັນຫາພາກພື້ນ ແລະ ສາກົນ.
ຫາງສຽງຍີ່ປຸ່ນຕີລາຄາສູງການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ
(vovworld)- ຫາງສຽງ ຍີ່ປຸ່ນ ຊົມເຊີຍການຢ້ຽມຢາມຍີ່ປຸ່ນ ຄັ້ງນີ້ຂອງທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ແລະ ຖືວ່າ ນີ້ແມ່ນເຫດການສຳຄັນ ແລະ ມີຄວາມໝາຍອັນໃຫຍ່ຫລວງ ສຳລັບການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ. ທີ່ການປະຊຸມຂ່າວ ປະກາດກ່ຽວກັບການຢ້ຽມຢາມ ຍີ່ປຸ່ນ ຂອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ, ທ່ານ Yoshihide Suga, ຫົວຫນ້າຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ ເນັ້ນຫນັກວ່າ: ການຢ້ຽມຢາມ ແມ່ນກາລະໂອກາດມີຄວາມໝາຍເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງກວ່າ. ທ່ານ Motoyoshi Ryoikichi, ເລຂາທິການໃຫຍ່ສະມາຄົມມິດຕະພາບ ຍີ່ປຸ່ນ ຫວຽດນາມ ຊົມເຊີຍ ແລະ ມີຄວາມປິຕິຊົມຊື່ນ ກ່ຽວກັບການຢ້ຽມຢາມ ຍີ່ປຸ່ນ ຂອງ ເລຂາທິການໃຫຍ່ ຫງວຽນຟູຈ້ອງ.
“ການຢ້ຽມຢາມແມ່ນດຳເນີນໄປກົງກັບໂອກາດ ຫວຽດນາມສະເຫລີມສະຫລອງ 70 ປີແຫ່ງວັນຊາດ ແລະ 40 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ, ພິເສດໃນສະພາບການພົວພັນລະຫວ່າງສອງປະເທດພັດທະນາອັນດີງາມໃນທຸກຂົງເຂດ ແມ່ນເຫດການທີ່ເຕັມໄປດ້ວຍຄວາມໝາຍ. ປະຈຸບັນ ການພົບພັນແລກປ່ຽນລະຫວ່າງ ປະຊາຊົນສອງປະເທດແມ່ນພັດທະນາ, ຈຳນວນຊາວຫວຽດນາມ ພວມຮ່ຳຮຽນ ແລະ ອາໄສຢູ່ ຍີ່ປຸ່ນ ພວມເພີ່ມຂຶ້ນ. ຂ້າພະເຈົ້າຫວັງວ່າ ການຢ້ຽມຢາມຍີ່ປຸ່ນ ຂອງ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ບໍ່ພຽງແຕ່ປະກອບສ່ວນເພີ່ມທະວີການພົບປະແລກປ່ຽນລະຫວ່າງສອງປະເທດເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໂລກອີກດ້ວຍ.”
ບັນດາສື່ມວນຊົນໃຫຍ່ຂອງຍີ່ປຸ່ນ ຄື:NHK, Mainichi, Jiji.. ລ້ວນແຕ່ລົງພິມຂ່າວຊົມເຊີຍການຢ້ຽມຢາມ ຍີ່ປຸ່ນ ຄັ້ງທຳອິດຂອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ແລະ ຖືວ່າ ນີ້ແມ່ນກຳລັງຫນູນເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຢ່າງເລິກເຊິ່ງ ກວ້າງຂວາງ ລະຫວ່າງສອງປະເທດ ໄປສູ່ໄລຍະພັດທະນາໃຫມ່.