ລາຍການສະແດງສິລະປະ
|
(vovworld)- ຕອນບ່າຍວັນທີ 16/10, ຢູ່ຮ່າໂນ້ຍ, ໄດ້ດຳເນີນງານມະໂຫລານດົນຕີແຫ່ງສັນຕິພາບມິດຕະພາບປີ 2016 ໂດຍສະມາຄົມມິດຕະພາບຫວຽດນາມ-ລາວນະຄອນຮ່າໂນ້ຍຈັດຂຶ້ນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວປະຈຳປີຂອງ ສະມາຄົມມິດຕະພາບຫວຽດນາມ-ລາວດ້ວຍຈຸດປະສົງເສີມຂະຫຍາຍມູນເຊື້ອສາມັກຄີ, ນ້ຳໃຈມິດຕະພາບແບບພິເສດລະຫວ່າງ 2 ຊາດ ຫວຽດນາມ-ລາວ, ພ້ອມທັງເປັນການຂ່ຳນັບຮັບຕ້ອນເຫດການສະເຫຼີມສະຫຼອງວັນຊາດລາວຄົບຮອບ 41 ປີ (2/12). ຈະມີເກືອບ 20 ລາຍການສະແດງສິລະປະທີ່ເປັນເອກະລັກສະເພາະໃນງານມະໂຫລານຄັ້ງນີ້. ທ່ານດວານມິນເຈົາ, ປະທານ ສະມາຄົມມິດຕະພາບຫວຽດນາມ-ລາວນະຄອນຮ່າໂນ້ຍເນັ້ນໜັກວ່າ :
“ ຮ່າໂນ້ຍມີຈຸດພິເສດທີ່ສຸດ, ມີນັກສຶກສາລາວນັບພັນຄົນພວມຮ່ຳຮຽນຢູ່ນະຄອນຫຼວງ. ນີ້ແມ່ນເງື່ອນໄຂເພື່ອໃຫ້ພວກຂ້າພະເຈົ້າສ້າງຕັ້ງສະໂມສອນນັກສຶກສາຫວຽດນາມ-ລາວ, ເພື່ອຊ່ວຍພວກເພື່ອນເພີ່ມລະດັບຄວາມຮູ້ດ້ານພາສາຫວຽດຍນາມ, ພ້ອມກັນນັ້ນ ກໍເພື່ອໃຫ້ລຸ່ນໜຸ່ມຂອງ 2 ປະເທດເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບລະຫວ່າງ 2 ປະເທດ ຊຶ່ງປູ່ຍ່າຕາຍາຍຂອງພວກເຮົາໄດ້ສ້າງຂຶ້ນ ”