ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ,ການຮ່ວມມືຮອບດ້ານຫວຽດນາມ-ລາວ

ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ,ການຮ່ວມມືຮອບດ້ານຫວຽດນາມ-ລາວ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ້​ຈ້ອງ ຕ້ອນ​ຮັບ
​ທ່ານ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ
(ພາບ: TTXVN
)

(vovworld)- ​​ຕອນ​ບ່າຍ ວັນ​ທີ 19/10 ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ, ​ທ່ານຮອງ​ນາຍ​ົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ໄດ້​ໃຫ້​ການ​ຕ້ອນ​ຮັບ ແລະ ເຮັດ​ວຽກ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລາວ ໂດຍ​ທ່ານ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ເປັນ​ຫົວ​ໜ້າ​ຄະ​ນະ, ທີ່ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ້​ຈ້ອງ ແລະ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ​ຈະ​ພ້ອມ​ກັບ​ລາວ​ປົກ​ປັກ​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ພິ​ເສດ​ ຫວຽດ​ນາມ-ລາວ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ, ກ້າວ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ທຸກ​ຂົງ​ເຂດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ. ບັນ​ດາ​ການ​ນຳ​ຫວຽດ​ນາມ​ໄດ້​ແລກ​ປ່ຽນ​​ກັບ​​ຄະ​ນະ​ບາງ​ບັນ​ຫາກ່ຽວ​ກັບ​ສະ​ພາບ​​ການຂອງຫວຽດ​ນາມ, ວຽກ​ງານ​ການ​ກະ​ກຽມ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ແລະ ສະ​ເໜີ​ສອງ​ຝ່າຍ​ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຜັນ​ຂະ​ຫຍາຍ​​​ການປະ​ຕິ​ບັດຂໍ້​ຕົກ​ລົງ​​ ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດ ໃຫ້​ມີ​ປະ​ສິດ​ທິ​ຜົນ ແລະ ກະ​ກຽມ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ​ຄັ້ງ​ທີ 38 ຄະ​ນະ​ກຳ​ມາ​ທິ​ການ​ລັດ​ຖະ​ບານ​ ຫວຽດ​ນາມ-ລາວ ​ທີ່​ຈະ​ມາ​ເຖິງ​ໃຫ້​ເປັນ​ຢ່າງ​ດີ. ສ່ວນ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ຢັ້ງ​ຢືນ​ວ່າ: ລາວ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ພ້ອມ​ກັບ​ຫວຽດ​ນາມ ປົກ​ປັກຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ລາວ-ຫວຽດ​ນາມ​ ​ໃຫ້ນັບມື້​ນັບ​ພັດ​ທະ​ນາ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ຢັ້ງ​ຢືນ ລາວ​ຈະ​ສົມ​ທົບ​ກັນກັບ​ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ​ ​ແນ​ໃສ່ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ ລະ​ຫວ່າງ​ການ​ນຳ​ສອງ​ພັກ, ສອງ​ລັດ​​ໃຫ້ເປັນ​ຢ່າງ​ດີ ເພື່ອ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ທີ່​ແທດ​ຈິງ​ໃຫ້​ປະ​ຊາ​ຊົນ​ສອງ​ປ​ະເທດ​ລາວ-ຫວຽດ​ນາມ.

 

ຂ່າວ/ບົດ​ອື່ນ