ເພື່ອນມິດສາກົນສາມັກຄີ,ສະຫນັບສະຫນູນຫວຽດນາມໃນການຕໍ່ສູ້ໂຮມປະເທດຊາດເປັນເອກະພາບ

ເພື່ອນມິດສາກົນສາມັກຄີ,ສະຫນັບສະຫນູນຫວຽດນາມໃນການຕໍ່ສູ້ໂຮມປະເທດຊາດເປັນເອກະພາບ - ảnh 1
ພາບ​ເອ​ກະ​ສານ

(vovworld)-​ ​ ​​ເພື່ອ​ສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ (30/4/1975- 30/4/2015), ຕອນ​ເຊົ້າ​ວັນ​ທີ 24/4, ຫໍ​ພິ​ພິດ​ທະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ ຢູ່ ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໄດ້​ໄຂ​ງານ​ວາງ​ສະ​ແດງ​ຫົວ​ເລື່ອງ: “ປະ​ຊາ​ຊົນ​ໂລກ​ສາ​ມັກ​ຄີ​ກັບ​ຫວຽດ​ນາມ​ໃນ​ການ​ຕໍ່​ສູ້​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ 1954-1975”. ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ 130 ຮູບ​ພາບ, ເອ​ກະ​ສານ, ວັດ​ຖຸ​ພັນ ຊື່ງ​ໄດ້ວາດ​ພາບ​ຂະ​ບວນ​ການ​ປະ​ຊາ​ຊົນ​ໂລກ​ສາ​ມັກ​ຄີ​, ສະ​ຫນັບ​ສະ​ຫນູນ ຫວຽດ​ນາມ ສ້າງ​ເປັນ​ກຳ​ລັ​ງ​ແຮງ​ອັນ​ໃຫຍ່​ຫລວງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ໄຊ​ຊະ​ນະ​ການ​ເມືອງ, ການ​ທູດ, ການ​ທະ​ຫານ, ສ້າງ​ເປັນ​ໄຊ​ຊະ​ນະ​ລະ​ດູ​ບາ​ນ​ໃຫມ່​ປີ 1975, ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ​ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ະ​ພາບ.  ​ປະ​ລິ​ຍາ​ໂທ ເຈີນ​ທີ​ຖູຍ, ຮອງ​ຫົວ​ຫນ້າ​ຫ້ອງວາງ​ສະ​ແດງ ຂອງ​ຫໍ​ພິ​ພິດ​ທະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ ໃຫ້​ຮູ​້​ວ່າ:

        “ນີ້​ແມ່ນ​ຊຸດ​ເອ​ກະ​ສານ, ວັດ​ຖຸ​ພັນ, ຮູບ​ພາບ​ມີ​ຄຸນ​ຄ່າ​ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ ແລະ ວັດ​ທະ​ນະ​ທຳ​ມະ​ນຸດ. ຜ່ານ​ການ​ວາງ​ສະ​ແດງນີ້ ຜູ້​ຊົມ​ສາ​ມາດ​ເຫັນ​ໄດ້ ປະ​ຊາ​ຊົນ​ຮັກ​ຫອມ​ສັນ​ຕິ​ພາບ​ໃນ​ໂລກ​ສາ​ມັກ​ຄີ​, ສະ​ຫນັບ​ສະ​ຫນູນ​ປະ​ຊາ​ຊົນ​ຫວຽດ​ນາມ ກ່ຽວ​ກັບ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ. ຂະ​ບວນ​ການ​ສະ​ຫນັບ​ສະ​ຫນູນ​ຫວຽດ​ນາມ ດ​ຳ​ເນີນ​ໄປ​ຢ່າງກວ້າງ​ຂວາງ ແລະ ເລິກ​ເຊິ່ງ​ໃນ​ປ​ະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ໃນ​ໂລກ.”

 

ຂ່າວ/ບົດ​ອື່ນ