ເພື່ອນມິດສາກົນອວຍ ພອນກອງປະຊຸມໃຫຍ່ກຳມະບານຫວຽດນາມ

ເພື່ອນມິດສາກົນອວຍ ພອນກອງປະຊຸມໃຫຍ່ກຳມະບານຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ໄດ້​ຮັບ​ໂທລະ​ເລກ​ອວຍພອນ​ຂອງ​ 20 ອົງການ​ກຳມະບານ​ສາກົນ ​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ໃຫຍ່​ກຳມະບານ​ຫວຽດນາມ ຈະ​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ.  ​ໂທລະ​ເລກ​ອວຍພ​ອນຂອງ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ (LFTU) ​ສະ​ແດງ​ຄວາມເຊື່ອນ​ໝັ້ນ​ຢ່າງ​ເລິກ​ເຊິ່ງວ່າ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ທີ່​ສະໜິດ​ແໜ້ນ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ກໍ່ຄື 2 ອົງການ​ກຳມະບານ​ຂອງ 2 ປະ​ເທດ​ຈະ​ສວຍ​ສົດ​ງົດ​ງາມ​ ​ແລະ ໝັ້ນ​ຄົງ​ທະນົງ​ແກ່ນຕະຫຼອດ​ໄປ. ​ໂທລະ​ເລກ​ອວຍ​ພອນ​ຂອງ​ສູນ​ບັນດາ​ຄົນ​ງານ​ກຸຍ​ບາ (CTC) ຢືນຢັນ​ການ​ສະໜັບສະໜູນ ​ແລະ ຄວາມ​ສາມັກຄີ​ຂອງ CTC ທີ່​ມີ​ຕໍ່​ກຳມະກອນ​​ແຮງ​ງານ ​ແລະ ທົ່ວ​ປະຊາຊົນ​ຫວຽດນາມ ​ໃນ​ວິວັດ​ການ​ສ້າງສາ​ສັງຄົມ​ນິຍົມ ​ແລະ ສັງຄົມ​ທີ່​ໝັ້ນຄົງທະ​ນົງ​ແກ່ນ, ວັດ​ຖະນາ​ຖາ​ວອນ. ສ່ວນ​ສະຫະພັນ​ສູນ​ກາງກຳມະບານ​ອາ​ເມ​ລິ​ກາ (AFL - CIO) ກໍ່ຢືນຢັນສະໜັບສະໜູນ​ສິດ ​ແລະ ກຽດ​ຕິ​ຄຸນ​ຂອງ​ຄົນ​ງານ​ຫວຽດນາມ. ​ເນື່ອງ​ໃນ​ໂອກາດ​ນີ້, ສະຫະພັນ​ສູນ​ກາງກຳມະບານ​ອາ​ເມ​ລິ​ກາ ປາດ​ຖະໜາ​ວ່າ ຈະ​ມີ​ກາລະ​ໂອກາດ​ຮ່ວມ​ມື​ກັບສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ໃນ​ບັນດາ​ບັນຫາ​ທົ່ວ​ໂລກ ​ແລະ ສືບ​ຕໍ່​ສະໜັບ​ສະ​ໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ເລື່ອງ​ເຂົ້າ​ຮ່ວມ​ກາ​ນສ້າງ​ຄວາມ​ສາມັກຄີກັບ​ສາກົນ, AFL - CIO ກໍ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ຈະ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື ​ແລະ ຄູ່​ຮ່ວມ​ມື​ກັບ​ກຳ​ມະ​ບານ​ຫວຽນ​ນາມ.
ຂ່າວ/ບົດ​ອື່ນ