ເຢຍລະມັນຈັບຕົວເປົ້າໝາຍໜູນຊ່ວຍບັນດາກຸ່ມທະຫານກະບົດຊາວມຸດສລິມ
(ພາບປະກອບຈາກ Barenakedislam.com)
(vovworld) – ວັນທີ 12/11, ຕຳຫຼວດ ເຢຍລະມັນ ໄດ້ຈັບຕົວຜູ້ຖືກສົງໄສໜູນຫຼັງໃຫ້ທະຫານກະບົດຢູ່ ຊີຣີ 9 ຄົນ, ໃນນັ້ນມີກຸ່ມ “ລັດອິດສະລາມ” ອ້າງຊື່ເອງ (IS), ແລະ ກະກຽມມີການກະທຳຜິດກົດໝາຍກໍ່ຄວາມອັນຕະລາຍໃຫ້ແກ່ປະເທດຊາດ. ບັນດາເປົ້າໝາຍຖືກຈັບຕົວມີອາຍຸແຕ່ 22 – 58 ປີ, ໃນນັ້ນມີ 8 ຄົນຖືສັນຊາດ ເຢຍລະມັນ ເຊິ່ງມາຈາກບັນດາຄອບຄົວຖືສາສະໜາອິດສະລາມ ແລະ ຊາວປາກິດສະຖານ 1 ຄົນ. ບັນດາຜູ້ນີ້ຖືກສົງໄສ ເຂົ້າຮ່ວມການສົ່ງບັນດາມືປືນຈາກ ເຢຍລະມັນ ໄປ ຊີຣີ ເພື່ອເຂົ້າຮ່ວມຖັນແຖວ IS. ນອກຈາກນັ້ນ, ບັນດາເປົ້າໝາຍດັ່ງກ່າວຍັງເຄື່ອນໄຫວບໍລິຈາກເງິນນັບພັນໆ ເອີໂຣເພື່ອສະໜັບສະໜູນ IS ແລະ ບັນດາກຸ່ມຫົວຮຸນແຮງອື່ນໆ. ແລະກໍ່ໃນບັ້ນຮົບດັ່ງກ່າວ, ຕຳຫຼວດຍັງດຳເນີນການກວດກາເຮືອນຊານຂອງ 20 ເປົ້າໝາຍສະໜັບສະໜູນ ສາສະໜາອິດສະລາມ ນິຍົມຮັກສາເດີມຫົວຮຸນແຮງ.