ເຢຍລະມັນມີປະທານາທິບໍດີຄົນໃໝ່
ທ່ານ Joachim Gauck
(ພາບ: tienphong.vn)
|
(vovworld) - ວັນທີ 18/3, ສະພາແຫ່ງຊາດເຢຍລະມັນ ໄດ້ເລືອກຕັ້ງທ່ານ Joachim Gauck ເປັນປະທານາທິບໍດີຄົນໃໝ່ຂອງ ສ. ສະຫະພັນເຢຍລະມັນ. ນີ້ແມ່ນຄັ້ງທຳອິດ, ທີ່ມີຜູ້ອອກສະໝັກຮັບເລືອກຕັ້ງມາຈາກ ພາກຕາເວັນອອກຂອງເຢຍລະມັນ ກາຍເປັນປະທານາທິບໍດີປະເທດນີ້. ປະຊາຊົນເຢຍລະມັນ ຫວັງວ່າ: ທ່ານ Joachim Gauck ຈະຟື້ນຟູອິດທິພົນຊື່ສຽງຂອງຜູ້ນຳໜ້າປະເທດ, ທີ່ເຄີຍຖືກຊຸດໂຊມຍ້ອນບັນດາເຫດການການເງິນທີ່ກ່ຽວຂ້ອງເທິງປະທານາທິບໍດີອາຍຸການກ່ອນທ່ານ Christian Wulff ໄດ້. ນີ້ແມ່ນເລືອກຕັ້ງປະທານາທິບໍດີຄັ້ງທີ 3 ໃນຮອບເວລາ 3 ປີຜ່ານມາຢູ່ເຢຍລະມັນ, ພາຍຫຼັງທີ່ປະທານາທິບໍດີອາຍຸການກ່ອນ 2 ທ່ານໄດ້ລາອອກຈາກຕຳແໜ່ງໂດຍບັງເອີນ.