ເຢຍລະມັນຢືນຢັນອາຊຽນ ສວມບົບບາດພົ້ນເດັ່ນໃນການກຳນົດທິດຂອງເອີລົບສຳລັບອາຊີ

(VOVWORLD) -ທ່ານລັດຖະມົນຕີ Heiko Maas ກໍ່ເນັ້ນໜັກເຖິງການຕ້ານໂລກລະບາດໂຄວິດ-19 ແລະ ການຕ້ານການປ່ຽນແປງຂອງດິນຟ້າອາກາດ ແມ່ນຂົງເຂດເຊິ່ງ 2 ຝ່າຍສາມາດຍູ້ແຮງການຮ່ວມມມື.

ເຢຍລະມັນຢືນຢັນອາຊຽນ ສວມບົບບາດພົ້ນເດັ່ນໃນການກຳນົດທິດຂອງເອີລົບສຳລັບອາຊີ - ảnh 1ກອງປະຊຸມທາງອອນລາຍຂັ້ນລັດຖະມົນຕີລະຫວ່າງສະຫະພາບເອີລົບ (ອີຢູ) ແລະ ອາຊຽນ

(ພາບ: Felix Zahn/photothek.de)

ວັນທີ 01 ທັນວາ, ກ່າວຄຳເຫັນພາຍຫຼັງກອງປະຊຸມທາງອອນລາຍຂັ້ນລັດຖະມົນຕີລະຫວ່າງສະຫະພາບເອີລົບ (ອີຢູ) ແລະ ອາຊຽນ, ທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ Heiko Maas ໃຫ້ຮູ້ວ່າ, 2 ຝ່າຍໄດ້ຍົກລະດັບການພົວພັນຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດ. ຕາມນັກການທູດເຢຍລະມັນແລ້ວ, ການຍົກລະດັບການພົວພັນລະຫວ່າງອີຢູ -  ອາຊຽນ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດແມ່ນເປົ້າໝາຍຈຸດສຸມຂອງເຢຍລະມັນໃນອາຍຸການດຳລົງຕຳແໜ່ງປະທານໝູນວຽນສະພາອີຢູ ໃນ 6 ເດືອນທ້າຍປີ 2020. ບັນດາປະເທດເອີລົບ ຢາກຫັນບັນດາການພົວພັນໃນພາກພື້ນນີ້ເປັນຫຼາຍຮູບຫຼາຍແບບ, ໃນນັ້ນ ອາຊຽນ ໄດ້ສວມບົດບາດພົ້ນເດັ່ນໃນການກຳນົດທິດຂອງເອີລົບ ທີ່ມີຕໍ່ອາຊີ. ທ່ານລັດຖະມົນຕີ Heiko Maas ກໍ່ເນັ້ນໜັກເຖິງການຕ້ານໂລກລະບາດໂຄວິດ-19 ແລະ ການຕ້ານການປ່ຽນແປງຂອງດິນຟ້າອາກາດ ແມ່ນຂົງເຂດເຊິ່ງ 2 ຝ່າຍສາມາດຍູ້ແຮງການຮ່ວມມມື.

ຕອບກັບ

ຂ່າວ/ບົດ​ອື່ນ