ເລຂາຄະນະພັກນະຄອນຮ່າໂນ້ຍຟ້າມກວາງງີ້ຢ້ຽມຢາມອາເມລິກາຢ່າງເປັນທາງການ
ຄະນະມີການເຮັດວຽກກັບ ສະຖາບັນປະຊາທິປະໄຕແຫ່ງຊາດ ແລະ ສະຖາບັນສາທາລະນະສາກົນ
(vovworld) – ທ່ານເລຂາຄະນະພັກນະຄອນຮ່າໂນ້ຍຟ້າມກວາງງີ້ ໄດ້ໄປຢ້ຽມຢາມອາເມລິກາຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງກະຊວງການຕ່າງປະເທດ ອາເມລິກາ ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ຟ້າມກວາງງີ້ ຢືນຢັນວ່າພັກ ແລະ ລັດ ຫວຽດນາມ ຖືເປັນສຳຄັນ ແລະ ຊຸກຍູ້ການພົວພັນຮ່ວມມືກັບ ອາເມລິກາ ໃນຂົງເຂດຄູ່ຮ່ວມມືຮອບດ້ານຢ່າງບໍ່ຢຸດຢັ້ງຕາມຈິດໃຈຖະແຫຼງການລວມເດືອນ 7/2013 ລະຫວ່າງປະທານປະເທດ ເຈື່ອງເຕິ້ນຊາງ ແລະ ປະທານາທິບໍດີ Barack Obama. ທ່ານ ຟ້າມກວາງຫງີ້ ໄດ້ຊີ້ໃຫ້ເຫັນຄວາມສຳຄັນຂອງການເພີ່ມທະວີແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ, ເປັນຕົ້ນແມ່ນ ໃນປີ 2015,ເມື່ອ 2 ປະເທດສະເຫຼີມສະຫຼອງ 20 ປີ ແຫ່ງການສ້າງການພົວພັນເປັນປົກກະຕິ. ທ່ານ ຟ້າມກວາງງີ້ ສະເໜີໃຫ້ ອາເມລິກາ ສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກ, ເປີດປະຕູຕະຫຼາດໃຫ້ສິນຄ້າ ຫວຽດນາມ, ສະກັດກັ້ນບັນດາຮົ້ວກີດຂວາງການຄ້າ, ສົ່ງເສີມບັນດາວິສາຫະກິດ ອາເມລິກາ ເຂົ້າມາລົງທຶນຢູ່ ຫວຽດນາມ, ຮອງຮັບຕໍ່ກົດລະບຽບເສດຖະກິດການຕະຫຼາດຂອງ ຫວຽດນາມ, ເພີ່ມທະວີການໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ທ່ານເລຂາຄະນະພັກນະຄອນ ຟ້າມກວາງງີ້ ຢືນຢັນວ່າ: ຫວຽດນາມ ຊົມເຊີຍ ອາເມລິກາ ເພີ່ມທະວີການຮ່ວມມືກັບ ອາຊີ - ປາຊີຟີກ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ.
ອາເມລິກາ ຢືນຢັນວ່າຈະສືບຕໍ່ຖືພາກພື້ນ ອາຊີ - ປາຊີຟິກ ເປັນສຳຄັນໃນຍຸດທະສາດລວມຂອງ ອາເມລິກາ, ເນັ້ນໜັກຄວາມຕັດສິນໃຈຍູ້ໄວວິວັດທະນາການເຈລະຈາເພື່ອສ້າງສຳເລັດສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP) ໃນປີ 2014, ອາເມລິກາ ສະແດງຄວາມວິຕົກວັງວົນຕໍ່ສະພາບຄວາມເຄັ່ງຕຶງໃນໄລຍະມໍ່ໆມານີ້ຢູ່ທະເລຕາເວັນອອກ, ພິເສດແມ່ນເລື່ອງ ຈີນ ຕັ້ງຮ້ານເຈາະນ້ຳມັນ ໄຮຢາງ 981 ຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງ ຫວຽດນາມ, ພ້ອມທັງຕີລາຄາສູງບັນດາມາດຕະການຕໍ່ສູ້ສັນຕິພາບເຊິ່ງ ຫວຽດນາມ ທີ່ຫາກໍ່ໄດ້ປະຕິບັດ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບກໍ່ຄືສະກັດກັ້ນໄພທີ່ກໍ່ໃຫ້ເກີດຄວາມເຄັ່ງຕຶງ ແລະ ປະທະກັນ.