ເລຂາທິການໃຫຍ່ປະທານປະເທດສີຈິ້ນຜິງສິ້ນສຸດການຢ້ຽມຢາມທາງລັດຖະກິດຫວຽດນາມ
(ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ
ທ່ານເລຂາທິການໃຫຍ່ປະທານປະເທດ ສີຈິ້ນຜິງ)
(vovworld) – ຕອນບ່າຍວັນທີ 6/11 ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສາທາລະນະລັດ ປະຊາຊົນ ຈີນ ສີຈິ້ນຜິງ ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມ ໃນລະຫວ່າງວັນທີ 5 – 6/11/2015. ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ມີການເຈລະຈາກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ. ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຢ້ຽມຢາມ ແລະ ກ່າວຄຳເຫັນຕໍ່ໜ້າກອງປະຊຸມສະພາແຫ່ງຊາດ ຫວຽດນາມ, ພົບປະກັບຊາວໜຸ່ມ ຫວຽດນາມ ແລະ ຈີນ. ໃນບັນດາການເຈລະຈາ, ການນຳ ຫວຽດນາມ ຢືນຢັນວ່າ: ຫວຽດນາມ ຍາມໃດກໍພ້ອມກັບ ຈີນ ນຳການພົວພັນູຄ່ຮ່ວມມື, ການຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ພັດທະນາເລິກເຊິ່ງ ກ້ວາງຂວາງກ່ວາອີກຢ່າງບໍ່ຢຸດຢັ້ງ. ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ເນັ້ນໜັກວ່າ: ຝ່າຍ ຈີນ ໝັ້ນໝາຍພ້ອມກັບ ຫວຽດນາມ ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ພັດທະນາຢ່າງບໍ່ຢຸດຢັ້ງ. ເນື່ອງໃນໂອກາດນີ້, ຫວຽດນາມ ແລະ ຈີນ ໄດ້ອອກຖະແຫຼງການຮ່ວມ ແລະ ລົງນາມໃນບັນດາເອກະສານການຮ່ວມມືຫລາຍສະບັບ.