ທ່ານເລຂາທິການໃຫຍ່ Nguyen Phu Trong ແລະ ຄະນະ
ເຮັດວຽກຢູ່ຕາແສງ ມົນເຊີນ, ເມືອງ ກອນກວງ, ແຂວງ ເງ້ອານ
(ພາບ: TTX)
(vovworld) - ໃນລະຫວ່າງວັນທີ 4-5/9, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ແລະ ຄະນະປະຕິບັດງານສູນກາງ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເງ້ອານ. ຕອນເຊົ້າວັນທີ 5/9, ທ່ານເລຂາທິການໃຫຍ່Nguyen Phu Trong ແລະ ຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຕາແສງ ມົນເຊີນ, ເມືອງ ກອນກວງ, ແຂວງ ເງ້ອານ; ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ໄດ້ເອົາໃຈໃສ່ເປັນພິເສດເຖິງສະພາບການຜະລິດ ແລະ ຊີວິດການເປັນຢູ່ຂອງຊາວເຜົ່າຢູ່ທີ່ນີ້. ທ່ານສະແດງຄວາມຫວັງວ່າ ຄະນະພັກ, ອຳນາດການປົກຄອງ, ປະຊາຊົນຢູ່ຕາແສງ ມົນເຊີນ, ເມືອງ ກອນກວງ, ແຂວງ ເງ້ອານ ຈະເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖີ່ນ, ຜັນຂະຫຍາຍການປະຕິບັດບັນດາມະຕິຂອງສູນກາງ ແລະ ຂອງທ້ອງຖີ່ນເປັນຢ່າງດີ, ສູ້ຊົນລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ, ເພີ່ມອັດຕາສ່ວນຄອບຄົວຮັ່ງມີຕື່ມອີກ, ສ້າງບັນດາເຂດປູກຝັງສະເພາະ, ຕັດສິນໃຈກໍ່ສ້າງຊົນນະບົດໃໝ່.
ເມື່ອໄປຢ້ຽມຢາມປ້ອມປ້ອງກັນຊາຍແດນ 557, ທ່ານເລຂາທິການໃຫຍ່ Nguyen Phu Trongຫວັງວ່າ ປ້ອມ 557 ເວົ້າສະເພາະ ແລະ ກຳລັງປ້ອງກັນຊາຍແດນເວົ້າລວມສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ສູ້ຊົນປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ທັງປ້ອງກັນຊາຍແດນ, ທັງປະຕິບັດວຽກງານພົວພັນຕ່າງປະເທດກັບປະເທດເພື່ອນລາວໃຫ້ດີ, ສ້າງການພົວພັນທະຫານ - ປະຊາຊົນສາມັກຄີໄກ້ສິດຕິດພັນ, ສົມກັບນາມມະຍົດເປັນທະຫານລຸງໂຮ່, ສົມກັບຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັກຂອງພັກ, ລັດ ແລະ ປະຊາຊົນ.