(ເລຂາທິການໃຫຍ່ Ban Ki –moon)
|
(vovworld) – ວັນທີ 7/5, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki –moon ໄດ້ໄປຍັງ ໂປໂລຍ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ຟາດຊິດ, ສິ້ນສຸດສົງຄາມໂລກຄັ້ງທີ 2, ເຊິ່ງຈັດຕັ້ງຢູ່ນະຄອນ Gdansk. ກ່າວຄຳເຫັນຕໍ່ໜ້າບັນດາການນຳ ແລະ ປະຊາຊົນປະເທດເຈົ້າພາບເຂົ້າຮ່ວມພິທີສຳຄັນຍິ່ງນີ້ເປັນຈຳນວນຫຼາຍ, ທ່ານເລຂາທິການໃຫຍ່ Ban ki moon ຢັ້ງຢືນວ່າ: ສົງຄາມໂລກຄັ້ງທີ 2 ຍາມໃດກໍ່ຕັກເຕືອນໃຫ້ລຸ້ນຄົນໃນປະຈຸບັນ ແລະ ລຸ້ນຕໍ່ໆໄປກ່ຽວກັບບັນດາຄວາມເຈັບປວດ, ເສຍຫາຍ, ທີ່ບໍ່ສາມາດທົດແທນໄດ້ໂດຍສົງຄາມ ແລະ ການປະທະກັນກໍ່ຂຶ້ນ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າໜຶ່ງໃນບັນດາຄວາມໝາຍສຳຄັນຂອງໄຊນະນະນີ້, ນັ້ນແມ່ນການກຳເນີດຂອງ ສປຊ, ດ້ວຍຈຸດໝາຍຮັກສາສັນຕິພາບ, ຄວາມສະຫງົບໃນໂລກ ແລະ ຮັບໃຊ້ພາລະກິດພັດທະນາລວມ ເພື່ອຜົນປະໂຫຍດຂອງມະນຸດ.
ພາຍຫຼັງ ໂປໂລຍ, ທ່ານເລຂາທິການໃຫຍ່ Ban ki moon ຈະໄປຢ້ຽມຢາມ ຢູແກຼນ, ກ່ອນທີ່ໄປຍັງລັດເຊຍ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະ ຟາດຊິດ ເຊິ່ງຈະຈັດຕັ້ງໃນວັນທີ 9/5 ຈະມາເຖິງຢູ່ ມົດສກູ.