ເລຂາທິການໃຫຍ່ສະຫະປະຊາຊາດກະຕຸກຊຸກຍູ້ບັນດາປະເທດຕ້ານຄືນການປ່ຽນແປງຂອງດິນຟ້າອາກາດ
ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki-moon
(ພາບ: TTXVN)
(vovworld) – ທີ່ການປະຊຸມຂ່າວໃນວັນທີ 04/11 ເນື່ອງໃນໂອກາດສັນຍາ Paris ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດມີຜົນສັກສິດຢ່າງເປັນທາງການ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki-moon ໄດ້ກະຕຸກຊຸກຍູ້ບັນດາປະເທດສືບຕໍ່ຮັກສາທ່າການກະທຳ ເພື່ອອະນາຄົດອັນດີງາມກ່ວາ, ປອດໄພກ່ວາ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki-moon ກໍ່ຊົມເຊີຍເລື່ອງສັນຍາ Paris ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດມີຜົນສັກສິດຢ່າງເປັນທາງການ. ຕາມທ່ານ Ban Ki-moon ແລ້ວ ນີ້ແມ່ນຂີດໝາຍປະຫວັດສາດຂອງໂລກ ເປັນຂີດໝາຍຄວາມມານະພະຍາຍາມຂອງມະນຸດໃນການຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ.
ສັນຍາທົ່ວໂລກກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດໄດ້ຮັບຮອງເອົາຢູ່ Paris ປະເທດ ຝະລັ່ງ ໃນປີ 2015 ຫຼື ເອີ້ນວ່າ ສັນຍາ Paris ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໄດ້ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 04/11. ດ້ວຍເອກະສານດັ່ງກ່າວ ປະມານ 200 ປະເທດ ຈະເລີ່ມຕົ້ນປະຕິບັດບັນດາແຜນການແຫ່ງຊາດ ເພື່ອແນໃສ່ຫລຸດຜ່ອນການປ່ອຍອາຍພິດເຮືອນແຫ້ວ ຕາມຄຳໝັ້ນສັນຍາທີ່ໄດ້ວາງອອກ.