ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບປະທານກຸ່ມບໍລິສັດໃຫຍ່Nikkei
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບທ່ານ
Naotoshi Okada ປະທານກຸ່ມບໍລິສັດ Nikkei
(ພາຍ: tridung/TTXVN)
(vovworld) – ຕອນບ່າຍວັນທີ 17/9, ຢູ່ນະຄອນຫລວງ ໂຕກຽວ, ທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Naotoshi Okada, ປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Nikkei, ແມ່ນກຸ່ມບໍລິສັດສື່ສານແຖວໜ້າຂອງ ຍີ່ປຸ່ນ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງເລື່ອງ Nikkei ຈັດຕັ້ງກອງປະຊຸມອະນາຄົດ ອາຊີ ປະຈຳປີ, ສ້າງຊື່ສຽງທີ່ດີ. ໜັງສືພິມ Nikkei ປະຈຳ ຫວຽດນາມ ໄດ້ ຕັ້ງໜ້າ ໃຫ້ຂ່າວກ່ຽວກັບ ຫວຽດນາມ ແລະ ການພົວພັນ ຫວຽດນາມ - ຍີ່ປຸ່ນ ເປັນປະຈຳ, ນີ້ແມ່ນຊ່ອງຂໍ້ມູນຂ່າວສຳຄັນຊ່ວຍປະຊາຊົນ ຍີ່ປຸ່ນ ແລະ ໂລກເຂົ້າໃຈກ່ຽວກັບສະພາບການ ຫວຽດນາມ ແລະ ການພົວພັນ ຫວຽດນາມ - ຍີ່ປຸ່ນ.
ທ່ານ Naotoshi Okada, ປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Nikkei ຂອບອົກຂອບໃຈ ຫວຽດນາມ ທີ່ໄດ້ສະໜັບສະໜູນຢ່າງຕັ້ງໜ້າ, ແລະ ເຂົ້າຮ່ວມກອງປະຊຸມອະນາຄົດ ອາຊີ ໂດຍກຸ່ມບໍລິສັດ Nikkei ຈັດຕັ້ງປະຈຳປີ ພ້ອມທັງ ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມກອງປະຊຸມອະນາຄົດ ອາຊີ ປີ 2016.
ແລະຕອນຄ່ຳຂອງວັນດຽວກັນ, ທ່ານປະທານສະພາຕ່ຳ ຍີ່ປຸ່ນ Oshima Tadamori ແລະ ພັນທະມິດສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ຈັດຕັ້ງງານລ້ຽງຂ່ຳນັບຮັບຕ້ອນທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ທຳນຽບປະທານສະພາຕ່ຳ.