ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບ
ທ່ານເອກອັກຄະລັດຖະທູດ ລາວ ທອງສະຫວັນ ພົມວິຫານ
(ພາບ: TTXVN)
(vovworld) – ໃນຕອນບ່າຍວັນທີ 26/11, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລາວ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດຮັບໜ້າທີ່ປະຕິບັດງານທາງການທູດຢູ່ ຫວຽດນາມ.
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຊື່ອໝັ້ນວ່າ: ທ່ານເອກອັກຄະລັດຖະທູດ ຈະສຳເລັດໜ້າທີ່ ຊຶ່ງພັກ, ລັດ ແລະ ປະຊາຊົນ ລາວ ມອບໝາຍໃຫ້ໄດ້ເປັນຢ່າງດີເດັ່ນ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ ນັບມື້ນັບພັດທະນາ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ປາດຖະໜາວ່າ: ທ່ານເອກອັກຄະລັດຖະທູດຈະສືບຕໍ່ເປັນຂົວຕໍ່ສຳຄັນຊ່ວຍໃຫ້ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນ 2 ປະເທດເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມກັນພັດທະນາ.
ສ່ວນທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ ສະແດງຄວາມພາກພູມໃຈກ່ຽວກັບສາຍພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ ໃນໄລຍະຜ່ານມາ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ; ຂອບອົກຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອອັນຍິ່ງໃຫຍ່, ມີປະສິດທິຜົນ, ທັນການ ເຊິ່ງ ຫວຽດນາມ ໄດ້ສະຫງວນໃຫ້ແກ່ ລາວ ນັບແຕ່ກ່ອນມາຮອດປະຈຸບັນ. ທ່ານເອກອັກຄະລັດຖະທູດ ກໍຢືນຢັນວ່າ: ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ພັດທະນາຂຶ້ນສູ່ລະດັບສູງໃໝ່.