ເລຂາທິການໃຫຍ່ຫງວຽນຟຸ້ຈ້ອງພົບປະສັງສັນຜູ້ຕາງໜ້າສະມາຄົມມິດຕະພາບການຕ່າງປະເທດປະຊາຊົນຈີນ
ທ່ານເລຂາທິການໃຫຍ່ ຫງວຽນຟຸ້ຈ້ອງ ໂອ້ລົມກັບ
ບັນດາຜູ້ແທນທີ່ການພົບປະສັງສັນ
(ພາບ: Trí Dũng/TTXVN)
(vovworld) - ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການ, ຕອນເຊົ້າວັນທີ 8/4, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸ້ຈ້ອງ ໄດ້ພົບປະສັງສັນຜູ້ຕາງໜ້າສະມາຄົມມິດຕະພາບການຕ່າງປະເທດປະຊາຊົນຈີນ, ສະມາຄົມມິດຕະພາບ ຈີນ - ຫວຽດນາມ ແລະ ບັນດາຜູ້ຊົງຄຸນວຸດທິມິດຕະພາບຈີນ. ທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຟຸ້ຈ້ອງ ເນັ້ນໜັກວ່າ: ຫວຽດນາມ-ຈີນ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ປະຈຸບັນໄດ້ກາຍເປັນຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານ. ແຕ່ລະປະເທດມີເງື່ອນໄຂ, ສະພາບການທີ່ແຕກຕ່າງກັນ, ແຕ່ລ້ວນແຕ່ມານະພະຍາຍາມສູ້ຊົນສ້າງສາປະເທດຂອງຕົນໃຫ້ເປັນປະເທດເອກະລາດ, ມີອະທິປະໄຕ, ກ້າວຂຶ້ນສັງຄົມນິຍົມ. ໃນວິວັດການປ່ຽນໃໝ່, ກໍ່ສ້າງສັງຄົມນິຍົມ, ຍາມໃດ ຫວຽດນາມ ກໍ່ໄດ້ຮັບການຊ່ວຍເຫຼືອອັນລ້ຳຄ່າຂອງປະຊາຊົນຈີນ, ໃນນັ້ນມີບັນດານັກຊ່ຽວຊານ, ຜູ້ທີ່ປຶກສາ, ບັນດາພະນັກງານ ຈີນ ທີ່ເຄີຍສະໜິດຕິດພັນຊ່ວຍເຫຼືອ ຫວຽດນາມ ໂດຍກົງ. ທ່ານເລຂາທິການໃຫຍ່ ຫງວຽນຟຸ້ຈ້ອງ ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ບັນດາການປະກອບສ່ວນອັນໃຫຍ່ຫຼວງ, ການຊ່ວຍເຫຼືອສຸດຈິດສຸດໃຈຂອງບັນດາເພື່ອນມິດ ຈີນ ສຳລັບ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟຸ້ຈ້ອງ ຕີລາຄາສູງບັນການເຄື່ອນໄຫວທີ່ອຸດົມສົມບູນ ແລະ ແທດຈິງຂອງສະມາຄົມມິດຕະພາບການຕ່າງປະເທດປະຊາຊົນຈີນ ແລະ ສະມາຄົມມິດຕະພາບ ຈີນ-ຫວຽດນາມ ໃນການເພີ່ມພູນຄູນສ້າງ, ພັດທະນາການພົວພັນມິດຕະພາບ ຫວຽດ
ນາມ-ຈີນ ໃນໄລຍະຜ່ານມາ ແລະ ປາດຖະໜາວ່າ: ສະມາຄົມມິດຕະພາບການຕ່າງປະເທດປະຊາຊົນຈີນ, ສະມາຄົມມິດຕະພາບ ຈີນ-ຫວຽດນາມ ແລະ ບັນດາຜູ້ຊົງຄຸນວຸດທິມິດຕະພາບຈີນ ສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ, ພັດທະນາການພົວພັນ 2 ປະເທດຄືທ່ານປະທານ ໂຮ່ຈິມິນ ເຄີຍເວົ້າວ່າ: “ທັງເປັນເພື່ອນມິດສະຫາຍ, ທັງເປັນອ້າຍນ້ອງ”.