ເລຂາທິການໃຫຍ່ຫງວຽນຟູຈ້ອງສົ່ງໂທລະເລກຂອບໃຈປະທານາທິບໍດີອາເມລິກາBarackObama

ເລຂາທິການໃຫຍ່ຫງວຽນຟູຈ້ອງສົ່ງໂທລະເລກຂອບໃຈປະທານາທິບໍດີອາເມລິກາBarackObama - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ
ທ່ານ​ປະທານາ​ທິບໍດີ ອາ​ເມ​ລິ​ກາ Barack Obama

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນຂອງ​ອຳນາດ​ການ​ປົກ​ຄອງ​ປະທານາທິບໍດີ Barack Obama, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​ເຄື່ອນ​ໄຫວຢ້ຽມຢາມ ອາ​ເມ​ລິກາ ຢ່າງ​ເປັນ​ທາ​ງການ​​ໃນລະຫວ່າງ​ວັນ​ທີ 6 – 10/7/2015. ​ເມື່ອສິ້ນສຸດ​ການ​ຢ້ຽມຢາມ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້ສົ່ງ​ໂທ​ລະ​ເລກ​ຂອບ​ອົກຂອບ​ໃຈ​ໄປ​ຍັງທ່ານ​ປະທານາ​ທິບໍດີ ອາ​ເມ​ລິ​ກາ Barack Obama. ​ໃນ​​ໂທລະ​ເລກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ​ຄັ້ງ​ນີ້​ໄດ້​ດຳ​ເນີນກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ​ ​ເປັນ​ປົກກະຕິ ​ເຊິ່ງມີ​ຄວາມ​ໝາຍ​ຢ່າງ​ແທ້​ຈິງ ​ແລະ ​ເຮັດໃຫ້​ພວກ​ເຮົາ​ມີ​ຄວາມ​ປະ​ທັບ​ໃຈຢ່າງ​ເລິກເຊີ່ງກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວອາ​ເມ​ລິ​ກາ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ການ​ເຮັດ​​ໃຫ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ຍິ່ງ​ເລິກ​ເຊີ່ງ​ຂຶ້ນ​ຕື່ມ ຈະ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ ຂອງ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ພັດທະນາ, ມີ​ປະສິດທິ​ຜົນ, ​ເພື່ອ​ຜົນ​ປະ​​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ​ ອາຊີ - ປາຊີ​ຟີ​ກ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟູ​ຈ້ອງ ອວຍພອນ​ໃຫ້ການ​ພົວພັນ​ມິດຕະພາບ ​ແລະ ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າ​ງ 2 ປະ​ເທດ ຫວຽດນາມ - ອາ​ເມ​ລິ​ກາ ​ໃຫ້ພັດທະນາ​​ຢ່າງ​ບໍ່​ຢຸດ​ຢັ້ງ ​​ແລະ ອັນ​ດີງາມ.

ເລຂາທິການໃຫຍ່ຫງວຽນຟູຈ້ອງສົ່ງໂທລະເລກຂອບໃຈເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki moon

        ​ແລະ​ກໍ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ ອາ​ເມ​ລິກາ ຢ່າງ​ເປັນ​ທາງ​ການ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​​ໄດ້​ໄປ​ຢ້ຽມຢາມ​ສຳ​ນັກງານ​ສະຫະ​ປະຊາ​ຊາດ ​ແລະ ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ຝາກ​ໂທລະ​ເລກ​ຂອບ​ອົກ​ຂອບ​ໃຈມາ​ຍັງ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon. ​ເນື້ອ​ໃນ​ໂທລະ​ເລກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ອວຍພອນ​ສະຫະ​ປະຊາ​ຊາດ​ສືບ​ຕໍ່​ພັດທະນາ​ຢ່າງເຂັ້ມ​ແຂງ​ກ່ວາ​ອີກ, ປຸກລະດົມ​ໄດ້​ຄວາມ​ມານະ​ພະຍາຍາມ​ລວມຂອງ​ປະຊາ​ຄົມ​ສາກົນ ​ແລະ ປະກອບ​ສ່ວນ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ໃຫ້​ແກ່​ແຫ່ງ​ໂລກ ​ແລະ ມະນຸດ; ອວຍພອນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ສະຫະ​ປະຊາ​ຊາດ ໃຫ້ພັດທະນາ​​ຢ່າງ​ບໍ່​ຢຸດ​ຢັ້ງ .

ຂ່າວ/ບົດ​ອື່ນ