ເລຂາທິການໃຫຍ່, ປະທານປະເທດລາວ ສົ່ງໂທລະເລກຂອບໃຈການນຳພັກ,ລັດຫວຽດນາມ
ທ່ານ ດິງລາທັງ ເລຂາຄະນະພັກນະຄອນ ໂຮ່ຈີມິນ
ຕ້ອນຮັບທ່ານ ບຸນຍັງ ວໍລະຈິດ
(ພາບ: TTXVN)
(vovworld)- ໃນໂທລະເລກເມື່ອຕອນບ່າຍວັນທີ 27/4 ພາຍຫຼັງສິ້ນສຸດການຢ້ຽມຢາມສັນທະວະໄມຕີຫວຽດນາມຢ່າງເປັນທາງການ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ພ້ອມກັບບັນດາການນຳພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດລາວຢ່າງສະໜິດສະໜົມ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດໄດ້ສະແດງຄວາມເຊື່ອໝັ້ນຕໍ່ໝາກຜົນອັນດີງາມຂອງການຢ້ຽມຢາມຄັ້ງນີ້ ຈະເປັນການປະກອບສ່ວນເພີ່ມພຸນຄູນສ້າງສາຍພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດລາວ-ຫວຽດນາມ.
ກ່ອນໜ໊ານັ້ນຄືໃນຕອນຄ່ຳວັນທີ 26/04 ຢູ່ນະຄອນໂຮ່ຈີມິນ, ທ່ານ ດິງລາທັງ ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ຄະນະຜູ້ແທນຂັ້ນສູງ ລາວ ທີພວມຢ້ຽມຢາມສັນທະວະໄມຕີ ຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ ທ່ານ ດິງລາທັງ ເລຂາຄະນະພັກນະຄອນ ຢືນຢັນວ່າ: ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ນະຄອນ ໂຮ່ຈີມິນ ຍາມໃດກໍ່ຖືເປັນສຳຄັນ ແລະ ເອົາໃຈໃສ່ປະຕິບັດຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືກັບບັນດາທ້ອງຖິ່ນ, ກະຊວງ, ຂະແໜງການຂອງ ລາວ. ໃນຂະນະນັ້ນ, ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຕີລາຄາສູງການໜູນຊ່ວຍ, ການຮ່ວມມືຢ່າງມີປະສິດທິຜົນ ລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງ ລາວ. ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ບຸນຍັງ ວໍລະຈິດ ເຊື່ອໝັ້ນວ່າ: ບົນພື້ນຖານການພົວພັນອັນດີງາມລະຫວ່າງ 2 ປະເທດ, ການພົວພັນລະຫວ່າງບັນດາທ້ອງຖິ່ນຂອງ ລາວ ກັບ ນະຄອນໂຮ່ຈີມິນ ຈະສືບຕໍ່ພັດທະນາໃຫ້ດີງາມຍິ່ງໆຂຶ້ນໃນໄລຍະຈະມາເຖິງ.