ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ

(VOVWORLD) - ຕອນບ່າຍວັນທີ 03 ກັນຍາ, ຈາກສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol.
ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໂອ້ລົມທາງໂທລະສັບກັບປະທານາທິບໍດີ ສ.ເກົາຫຼີ (ພາບ: VOV)

ໃນການໂອ້ລົມກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຕີລາຄາສູງການພົວພັນ ຫວຽດນາມ - ສ.ເກົາຫຼີ ໃນໄລຍະ 32 ປີແຫ່ງງການພັດທະນາຢ່າງວ່ອງໄວໃນເກືອບທຸກຂົງເຂດ, ໂດຍສະເພາະແມ່ນພາຍຫຼັງທີ່ສອງຝ່າຍຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ປີ 2022; ພ້ອມທັງເນັ້ນໜັກວ່າ ພັກ, ລັດ ຫວຽດນາມ ຍາມໃດກໍຖືການພົວພັນຮ່ວມມືມິດຕະພາບກັບ ສ.ເກົາຫຼີ ເປັນສຳຄັນ.

        ການນຳສອງທ່ານຕົກລົງເຫັນດີເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການຮັກສາການພົບປະ, ແລກປ່ຽນຂັ້ນສູງ ແລະໃນບັນດາຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ, ເພີ່ມທະວີການຮ່ວມມືໃນຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ, ດຸ່ນດ່ຽງ, ຍືນຍົງ.

        ສອງຝ່າຍເຫັນດີຈະພ້ອມກັນມານະພະຍາຍາມຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 150 ຕື້ USD ໃນປີ 2030. ທ່ານປະທານາທິບໍດີ ສ.ເກົາຫຼີ ກໍເນັ້ນໜັກວ່າ ສ.ເກົາຫຼີ ຈະເພີ່ມທະວີການນຳເຂົ້າຜະລິດຕະພັນກະເສດຂອງ ຫວຽດນາມ ແລະ ຊຸກຍູ້ການຮ່ວມມືດ້ານແຮງງານ, ວັດທະນະທຳ, ການທ່ອງທ່ຽວ, ການສຶກສາ, ພົບປະແລກປ່ຽນປະຊາຊົນ; ເອົາໃຈໃສ່, ໜູນຊ່ວຍພົນລະເມືອງສອງປະເທດທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ແຕ່ລະປະເທດ.

ວັນຫຽວ


ຕອບກັບ

ຂ່າວ/ບົດ​ອື່ນ