ເລຂາທິການໃຫຍ່ ຫງວຽນຟູ້ຈ້ອງຕ້ອນຮັບທ່ານ Herminio Lopez Diazt ເອກອັກຄະລັດຖະທູດ ສ. ກູບາປະຈຳຫວຽດນາມ

(VOVWORLD) -        ວັນທີ 11 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Herminio Lopez Diazt ເອກອັກຄະລັດຖະທູດ ສ. ກູບາປະຈຳຫວຽດນາມເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ
ເລຂາທິການໃຫຍ່ ຫງວຽນຟູ້ຈ້ອງຕ້ອນຮັບທ່ານ Herminio Lopez Diazt ເອກອັກຄະລັດຖະທູດ ສ. ກູບາປະຈຳຫວຽດນາມ - ảnh 1ເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ແລະ ທ່ານ Herminio Lopez Diazt ເອກອັກຄະລັດຖະທູດ ສ. ກູບາປະຈຳຫວຽດນາມ 

ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຕີລາຄາສູງນ້ຳໃຈອັນດີງາມ ແລະ ການປະກອບສ່ວນອັນຕັ້ງໜ້າຂອງ ທ່ານ Herminio Lopez Diazt ເອກອັກຄະລັດຖະທູດ ສ. ກູບາປະຈຳຫວຽດນາມເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດໃນຊຸມປີທີ່ຜ່ານມາ. ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຫວັງວ່າ 2 ປະເທດສືບຕໍ່ຍູ້ແຮງ ແລະຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດຕ່າງໆ, ເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

     ສ່ວນທ່ານ Herminio Lopez Diazt ເອກອັກຄະລັດຖະທູດ ສ. ກູບາປະຈຳຫວຽດນາມ ໝັ້ນໝາຍສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນຫວຽດນາມ-ກູບາໃນທຸກຖານະຕຳແໜ່ງຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ