ທ່ານເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບທ່ານ Vojtech Filip, ປະທານພັກກອມມູນິດສ. ເຊັກ - Morova
|
(vovworld) - ຕອນບ່າຍວັນທີ 9/8, ທ່ານເລຂາທິການໃຫຍ່ Nguyen Phu Trong ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກກອມມູນິດສ.ເຊັກ - Morova ໂດຍທ່ານ Vojtech Filip, ປະທານພັກ, ປະທານຄະນະກຳມະການກວດກາສະພາຕຳ່ເຊັກ ນຳຫນ້າ ພວມຢູ່ຢ້ຽມຢາມ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ Vojtech Filip ສະແດງຄວາມປາດຖະຫນາຢາກໃຫ້ພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ເຊັກ Morova ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນວຽກງານ ແລະ ການຮ່ວມມືໃນບັນດາເວທີປາໄສຫລາຍຝ່າຍ ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອກັບພັກກອມມູນິດເຊັກ - Morova; ປາດຖະຫນາວ່າການພົວພັນລະຫວ່າງສອງພັກ ຈະປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ການປັບປຸງ ແລະ ພັດທະນາການພົວພັນລະຫວ່າງສອງປະເທດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ເຊັກ.
ກ່ອນຫນ້ານັ້ນ, ຄະນະຜູ້ແທນພັກກອມມູນິດ ເຊັກ - Morova ໄດ້ມີການເຈລະຈາກັບຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍ ທ່ານ Hoang Binh Quan, ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງນຳຫນ້າ. ຄະນະກໍໄດ້ມີການເຮັດວຽກກັບການນຳບັນດາກະຊວງ, ຂະແຫນງການ ຫວຽດນາມ ແລະ ຢ້ຽມຢາມຮາກຖານວັດທະນະທຳ, ເສດຖະກິດ ສັງຄົມ ຈຳນວນຫນຶ່ງຂອງນະຄອນຫລວງ ຮ່າໂນ້ຍ ແລະ ແຂວງ ກວ໋າງນີງ./.